ຂໍ້ສຳຄັນ: ຂໍ້ຕົກລົງນີ້ເປັນຂໍ້ຕົກລົງໃບອະນຸຍາດຜູ້ໃຊ້ປາຍທາງລະຫວ່າງທ່ານ ແລະ HONOR Device Co., Ltd. (ເຊິ່ງຕໍ່ໄປນີ້ເອີ້ນວ່າ "HONOR") ເປັນຜູ້ຄຸ້ມຄອງການໃຊ້ Honor Suite ("ຊອບແວນີ້"). ຄລິກ ຕິດຕັ້ງ ລະບຸວ່າທ່ານໄດ້ອ່ານເນື້ອໃນຂອງຂໍ້ຕົກລົງນີ້ຢ່າງລະອຽດ ແລະ ຍອມຮັບຂໍ້ກຳນົດທັງໝົດທີ່ມີຢູ່ໃນເອກະສານນີ້.

1. ຂອບເຂດການໃຊ້ງານ
ຂໍ້ຕົກລົງນີ້ໃຊ້ກັບ Honor Suite ເທົ່ານັ້ນ. ສິດທິທີ່ໄດ້ຮັບຈາກຂໍ້ຕົກລົງນີ້ ບໍ່ສາມາດໃຊ້ໄດ້ກັບຊອບແວອື່ນ.

2. ສິດທິໃນຊັບສິນທາງປັນຍາ
ສິດທິໃນຊັບສິນທາງປັນຍາທັງໝົດສຳລັບຊອບແວນີ້ເປັນຂອງ HONOR ແລະ ໄດ້ຮັບຄວາມຄຸ້ມຄອງຕາມກົດໝາຍຂອງສາທາລະນະລັດ ປະຊາຊົນຈີນ, ສົນທິສັນຍາລິຂະສິດລະຫວ່າງປະເທດ ແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງ ແລະ ບັນດາສົນທິສັນຍາກ່ຽວກັບການຄຸ້ມຄອງສິດທິໃນຊັບສິນທາງປັນຍາ.

3. ຂອບເຂດຂອງໃບອະນຸຍາດ
3.1 ຊອບແວນີ້ໃຫ້ບໍລິການໂດຍບໍ່ເສຍຄ່າ. ທ່ານອາດຈະດາວໂຫຼດ, ຕິດຕັ້ງ ແລະ ໃຊ້ຊອບແວນີ້ກັບອຸປະກອບໂດຍບໍ່ມີການຈຳກັດໃນຈຳນວນສຳລັບຈຸດປະສົງທີ່ບໍ່ແມ່ນທາງດ້ານການຄ້າ.
3.2 ທ່ານອາດຈະສຳເນົາ, ສົ່ງ, ແລະ ແຈກຢາຍຊອບແວນີ້ໃສ່ຈຳນວນອຸປະກອນທີ່ບໍ່ມີຂີດຈຳກັດສຳລັບຈຸດປະສົງທີ່ບໍ່ແມ່ນທາງດ້ານການຄ້າ. ແນວໃດກໍ່ຕາມ, ທ່ານຈະຕ້ອງເບິ່ງໃຫ້ແນ່ໃຈວ່າສຳເນົາທັງໝົດຂອງຊອບແວນີ້, ລວມທັງສຳເນົາທັງໝົດຂອງຊອບແວນີ້ທີ່ຖືກສົ່ງ ຫຼື ຖືກແຈກຢາຍ ແມ່ນສົມບູນຄົບຖ້ວນ ແລະ ມີຂໍ້ມູນທັງໝົດທີ່ມີຢູ່ໃນຊອບແວນີ້, ລວມທັງເອກະສານອີເລັກໂຕຣນິກ, ແຈ້ງການກ່ຽວກັບລິຂະສິດ, ເຄື່ອງໝາຍການຄ້າ ແລະ ຂໍ້ຕົກລົງສະບັບນີ້.

4. ຂໍ້ຈຳກັດໃນການໃຊ້
4.1 ທ່ານອາດຈະບໍ່ວິສະວະກຳຍ້ອນກັບ, ແປໂປຼແກຣມຊອບແວຍ້ອນກັບ, ຫຼື ແປງລະຫັດໂປຼແກຣມຊອບແວນີ້ເປັນຮູບແບບສາມາດອ່ານໄດ້ງ່າຍ. ນອກຈາກນີ້, ທ່ານອາດຈະບໍ່ສາມາດແກ້ໄຂຂໍ້ມູນໃດໜຶ່ງທີ່ມີໃນໄຟລ໌ຊອບແວນີ້.
4.2 ທ່ານອາດຈະບໍ່ສາມາດຖອດຊອບແວນີ້ ຫຼື ຝັງຊອບແວນີ້ໃນສ່ວນໃດສ່ວນໜຶ່ງ ຫຼື ທັງໝົດໃນລະບົບຊອບແວອື່ນ.
4.3 ທ່ານອາດຈະບໍ່ສາມາດລຶບຖະແຫຼງການ ຫຼື ແຈ້ງການກ່ຽວກັບລິຂະສິດໃດໜຶ່ງທີ່ມີຢູ່ໃນຊອບແວນີ້.
4.4 ທ່ານອາດຈະບໍ່ສາມາດໃຊ້ຊອບແວນີ້ເພື່ອພັດທະນາຊອບແວ ຫຼື ແອັບພລິເຄຊັນທີ່ໄດ້ມາຈາກບ່ອນອື່ນ.
4.5 ທ່ານອາດຈະບໍ່ສາມາດໃຊ້ຄຸນສົມບັດໃດໜຶ່ງໃນຊອບແວນີ້ ເພື່ອດຳເນີນກິດຈະກຳທີ່ຜິດກົດໝາຍໃດໜຶ່ງ.
4.6 HONOR ຂໍສະຫງວນສິດອື່ນໆ ທັງໝົດທີ່ບໍ່ໄດ້ໃຫ້ແກ່ທ່ານຢ່າງຊັດເຈນໃນຂໍ້ຕົກລົງສະບັບນີ້.

5. ຄຳປະຕິເສດ
5.1 ຊອບແວນີ້ມີໃຫ້ "ຕາມສະພາບ". HONOR ບໍ່ມີການຮັບປະກັນໃດໆກ່ຽວກັບຄວາມທັນເວລາ ຫຼື ຄວາມຖືກຕ້ອງຂອງການບໍລິການຂອງຊອບແວນີ້.
5.2 ທ່ານຮັບຮູ້ວ່າການບໍລິການຕ່າງໆຈາກຊອບແວນີ້ອາດຈະໃຊ້ງານບໍ່ໄດ້ຢ່າງຖືກຕ້ອງ ເນື່ອງຈາກສະຖານະການທີ່ບໍ່ສາມາດຄວບຄຸມໄດ້, ໄວຣັສຄອມພິວເຕີ, ການໂຈມຕີຂອງແຮັກເກີ, ຄວາມບໍ່ລົງຕົວຂອງລະບົບ, ແລະເຫດຜົນອື່ນໆທີ່ບໍ່ໄດ້ລະບຸໄວ້ຢ່າງລະອຽດ. HONOR ຈະບໍ່ຮັບຜິດຊອບຕໍ່ຄວາມສູນເສຍໃດໆ ທີ່ອາດຈະເກີດຂຶ້ນຈາກຂໍ້ຜິດພາດຂອງຂໍ້ມູນ ຫຼື ການສູນເສຍຂໍ້ມູນເຊິ່ງບໍ່ແມ່ນຄວາມຜິດຂອງ HONOR.

6. ຂໍ້ມູນການນຳໃຊ້
6.1 ຄຸນສົມບັດໃນຊອບແວນີ້ຕ້ອງການໃຫ້ຕິດຕັ້ງ Honor Suite ໃນໂທລະສັບຂອງທ່ານ. ໃນການດຳເນີນການບໍລິການທີ່ທ່ານຮ້ອງຂໍ, ຊອບແວນີ້ອາດຈະຕ້ອງການເຂົ້າເຖິງການອະນຸຍາດບາງຢ່າງຂອງໂທລະສັບໃນລະຫວ່າງການໃຊ້, ລວມທັງການອະນຸຍາດໃຫ້ໂທອອກ, ສົ່ງຂໍ້ຄວາມຕົວອັກສອນ, ແລະ ເຂົ້າເຖິງລາຍຊື່ຕິດຕໍ່ຂອງທ່ານ.
6.2 ຊອບແວອອກແບບມາສະເພາະເພື່ອຕິດຕັ້ງໃນໂທລະສັບທີ່ໃຊ້ລະບົບປະຕິບັດການທີ່ເປັນທາງການຂອງ HONOR ເທົ່ານັ້ນ. HONOR ບໍ່ຮັບປະກັນໃດໆກ່ຽວກັບຄຸນນະພາບຂອງການບໍລິການທີ່ຈັດໃຫ້ໂດຍຊອບແວນີ້ສຳລັບຜູ້ໃຊ້ທີ່ຕິດຕັ້ງຊອບແວນີ້ໃນອຸປະກອນທີ່ບໍ່ໄດ້ໃຊ້ລະບົບປະຕິບັດການຂອງ HONOR ຢ່າງເປັນທາງການ. 
6.3 HONOR ອາດໃຫ້ການອັບເດດສຳລັບຊອບແວນີ້ເປັນຄັ້ງຄາວ. ເພື່ອໃຫ້ໝັ້ນໃຈໄດ້ວ່າມີການໃຫ້ບໍລິການຢ່າງຕໍ່ເນື່ອງ, ເວີຊັນຂອງຊອບແວນີ້ຈະຕ້ອງເຂົ້າກັນກັບເວີຊັນຂອງ Honor Suite ທີ່ຕິດຕັ້ງໃນໂທລະສັບຂອງທ່ານ.

7. ການສິ້ນສຸດ
ຖ້າຫາກທ່ານບໍ່ປະຕິບັດຕາມຂໍ້ກຳນົດ ແລະເງື່ອນໄຂຂອງຂໍ້ຕົກລົງສະບັບນີ້, HONOR ແລະ/ຫຼື ຜູ້ອະນຸຍາດຂອງບໍລິສັດ Honor ຂໍສະຫງວນສິດທິໃນການຍຸຕິຂໍ້ຕົກລົງນີ້ໄດ້ທຸກໆເວລາ. ຫຼັງຈາກຂໍ້ຕົກລົງນີ້ສິ້ນສຸດລົງ, ທ່ານຈະຕ້ອງຢຸດໃຊ້ຊອບແວນີ້ທັນທີ ແລະ ລຶບຊອບແວທັງໝົດ ແລະ ຂໍ້ມູນທີ່ກ່ຽວຂ້ອງໃດໜຶ່ງທີ່ທ່ານໄດ້ຕິດຕັ້ງໄວ້ ຫຼື ສຳເນົາໄວ້ໃນຄອມພິວເຕີຂອງທ່ານ. 

8. ການຮັບປະກັນແບບຈຳກັດ
8.1 ນອກຈາກການຮັບປະກັນທີ່ກຳນົດໄວ້ຢ່າງຊັດເຈນໃນຂໍ້ຕົກລົງນີ້ແລ້ວ, HONOR ບໍ່ຮັບປະກັນສິ່ງອື່ນໆ, ບໍ່ວ່າທັງທີ່ສະແດງອອກມາ ຫຼື ບໍ່ສະແດງອອກມາ, ລວມທັງ ແຕ່ບໍ່ຈຳກັດເຖິງການຮັບປະກັນຄວາມສາມາດໃນການຂາຍ ແລະ ຄວາມເໝາະສົມສຳລັບຈຸດປະສົງສະເພາະ.
8.2 HONOR ບໍ່ມີການຮັບປະກັນໃດໆ ກ່ຽວກັບການບໍ່ລະເມີດສິດທິຂອງບຸກຄົນທີສາມ.

9. ຄວາມຮັບຜິດຊອບແບບຈຳກັດ
9.1 HONOR ຈະບໍ່ຮັບຜິດຊອບ ແລະ ບໍ່ຮັບປະກັນສຳລັບຊອບແວທີ່ເກີດຈາກສະພານະການທີ່ບໍ່ຄາດຄິດ, ການລະເມີດ, ການໃຊ້ຜິດຈຸດປະສົງ, ຫຼື ການດັດແປງຊອບແວໂດຍບໍ່ໄດ້ຮັບອະນຸຍາດ. 
9.2 HONOR ຈະບໍ່ຮັບຜິດຊອບຕໍ່ຄວາມເສຍຫາຍໂດຍບັງເອີນ, ທາງອ້ອມ, ຫຼື ຄວາມເສຍຫາຍທີ່ເຮັດໃຫ້ເປັນໂທດທີ່ເກີດຂຶ້ນຈາກການໃຊ້ຊອບແວນີ້, ລວມທັງ ແຕ່ບໍ່ຈຳກັດເຖິງການສູນເສຍຜົນກຳໄລທາງທຸລະກິດ, ການຢຸດສະງັກທາງທຸລະກິດ, ການສູນເສຍຂໍ້ມູນຂ່າວສານ ຫຼື ຂໍ້ມູນ. HONOR ຈະບໍ່ຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຂຶ້ນ ເຖິງແມ່ນວ່າຈະໄດ້ຮັບຄຳແນະນຳກ່ຽວກັບຄວາມເປັນໄປໄດ້ທີ່ຈະເກີດຄວາມເສຍຫາຍດັ່ງກ່າວ. 

10. ການອັບເດດເວີຊັນ
10.1 HONOR ຂໍສະຫງວນສິດທິໃນການຕັດສິນໃຈວ່າຈະເຜີຍແຜ່ການອັບເດດເວີຊັນສຳລັບຊອບແວນີ້ໃນອະນາຄົດຫຼືບໍ່.
10.2 ຍົກເວັ້ນແຕ່ຈະມີການອອກຂໍ້ຕົກລົງໃບອະນຸຍາດໃໝ່ມາປ່ຽນແທນ, ຂໍ້ຕົກລົງສະບັບນີ້ຈະຍັງຄົງໃຊ້ໄດ້ກັບລຸ້ນທີ່ໄດ້ອັບເດດຂອງຊອບແວນີ້.
10.3 ຖ້າຫາກຊອບແວນີ້ຖືກໝາຍໄວ້ວ່າເປັນເວີຊັນທີ່ໄດ້ຮັບການອັບເດດແລ້ວ, ທ່ານຈະຕ້ອງໄດ້ປະຕິບັດຕາມຂໍ້ຕົກລົງສະບັບນີ້.

11. ການສື່ສານທີ່ເປັນລາຍລັກອັກສອນ
ການສື່ສານທັງໝົດທີ່ກ່ຽວຂ້ອງກັບຂໍ້ຕົກລົງສະບັບນີ້ຄວນຈະຕ້ອງເຮັດເປັນລາຍລັກອັກສອນ.

12. ຂໍ້ຜູກພັນອື່ນໆ
12.1 ຖ້າຫາກທ່ານເປັນຜູ້ບໍລິໂພກທີ່ຢູ່ໃນສະຫະພາບເອີຣົບ, ຂໍ້ຕົກລົງສະບັບນີ້ຈະຢູ່ພາຍໃຕ້ກົດໝາຍຂອງປະເທດເຢຍລະມັນ.ຂໍ້ໂຕ້ແຍ້ງໃດໜຶ່ງລະຫວ່າງທ່ານ ແລະ HONOR ກ່ຽວກັບຂໍ້ຕົກລົງສະບັບນີ້ຈະຖືກສົ່ງໄປເພື່ອຟ້ອງຮ້ອງຕໍ່ສານທີ່ມີອຳນາດໃນການປະເທດເຢຍລະມັນ. ຖ້າຫາກທ່ານເປັນຜູ້ບໍລິໂພກທີ່ຢູ່ໃນປະເທດ ຫຼື ພາກພື້ນອື່ນ, ຂໍ້ຕົກລົງສະບັບນີ້ຈະຢູ່ພາຍໃຕ້ກົດໝາຍຂອງສາທາລະນະລັດ ປະຊາຊົນຈີນ. ຂໍ້ໂຕ້ແຍ້ງໃດໜຶ່ງທີ່ກ່ຽວຂ້ອງກັບຂໍ້ຕົກລົງສະບັບນີ້ຈະຖືືກແກ້ໄຂໂດຍການເຈລະຈາຢ່າງເປັນມິດ. ໃນກໍລະນີຂໍ້ໂຕ້ແຍ້ງບໍ່ສາມາດຖືກແກ້ໄຂຜ່ານການເຈລະຈາໄດ້, ຂໍ້ໂຕ້ແຍ້ງນັ້ນຈະຖືກສົ່ງໄປຍັງສານປະຊາຊົນຂອງເມືອງເຊີນເຈີນ, ຫຼົງກັງ (Shenzhen Longgang) ເພື່ອແກ້ໄຂບັນຫາໂດຍການດຳເນີນຄະດີ.
12.2 ບໍ່ມີຂໍ້ຕົກລົງທີ່ເປັນປາກເປົ່າຖືກເອົາເຂົ້າມາຮ່ວມນຳ.
12.3 ໃນກໍລະນີທີ່ຂໍ້ບັນຍັດໃດໜຶ່ງໃນຂໍ້ຕົກລົງສະບັບນີ້ບໍ່ສາມາດໃຊ້ງານໄດ້ ຫຼື ບໍ່ອາດບັງຄັບໃຊ້ໄດ້ບໍ່ວ່າເຫດຜົນໃດໆ, ທັງໝົດ ຫຼື ສ່ວນໃດສ່ວນໜຶ່ງ, ຫຼື ລະເມີດກົດໝາຍທີ່ບັງຄັບໃຊ້, ບົດບັນຍັດດັ່ງກ່າວຖືວ່າແຍກໄດ້. ເຖິງຢ່າງໃດກໍ່ຕາມ, ຄວາມມີຜົນສັກສິດ ແລະ ຄວາມສາມາດໃນການບັງຄັບໃຊ້ກ່ຽວກັບຂໍ້ກຳນົດອື່ນໆໃນເອກະສານສະບັບນີ້ຈະບໍ່ໄດ້ຮັບຜົນກະທົບ.
12.4 HONOR ອາດຈະອັບເດດ ຫຼື ແກ້ໄຂຂໍ້ຕົກລົງສະບັບນີ້ເປັນຄັ້ງຄາວ ແລະ ສົ່ງສະບັບທີ່ແກ້ໄຂແລ້ວໃຫ້ທ່ານດ້ວຍວິທີການທີ່ໄດ້ຮັບອະນຸຍາດຕາມກົດໝາຍ. ຖ້າຫາກທ່ານບໍ່ຍອມຮັບການແກ້ໄຂຂໍ້ຕົກລົງສະບັບນີ້ຂອງ HONOR, ທ່ານຄວນຈະຢຸດໃຊ້ຊອບແວນີ້ທັນທີ. ຖ້າຫາກທ່ານສືບຕໍ່ໃຊ້ຊອບແວນີ້ຫຼັງຈາກໄດ້ຮັບການອັບເດດຂອງ HONOR, ທ່ານໄດ້ລະບຸວ່າທ່ານຍອມຮັບການແກ້ໄຂຂອງຂໍ້ຕົກລົງສະບັບນີ້ຂອງ HONOR.

13. ຂໍ້ຕົກລົງທັງໝົດ
ຂໍ້ຕົກລົງສະບັບນີ້ ແລະ ພາກເອກະສານຊ້ອນທ້າຍຂອງມັນປະກອບດ້ວຍຂໍ້ຕົກລົງທັງໝົດລະຫວ່າງຄູ່ສັນຍາກ່ຽວກັບເລື່ອງຫົວຂໍ້ການໂຕ້ແຍ້ງໃນເອກະສານສະບັບນີ້ ແລະ ແທນທີ່ການນຳສະເໜີ ແລະ/ຫຼື ຂໍ້ຕົກລົງໃດໜຶ່ງທີ່ກ່ຽວຂ້ອງກັບເລື່ອງຫົວຂໍ້ການໂຕ້ແຍ້ງໜີທີ່ສະແດງອອກຫຼືບໍ່ສະແດງອອກກ່ອນໜ້ານີ້. ຂໍ້ຕົກລົງສະບັບນີ້ມີຂໍ້ຜູກພັນທັງໝົດຂອງ HONOR ທີ່ກ່ຽວຂ້ອງກັບຊອບແວນີ້.
