ຮຽນ​ທ່ານ​ຜູ້​ໃຊ້​ທີ່​ນັບ​ຖື,

ບໍ​ລິ​ສັດ Huawei Device Co., Ltd. ແລະ ສາຂາບໍລິສັດທົ່ວໂລກຂອງຕົນເອງ ("Huawei", "ພວກ​ເຮົາ", "ຂອງ​ພວກ​ເຮົາ", ແລະ "ພວກ​ເຮົາ​ເອງ") ເຂົ້າໃຈວ່າ ຄວາມເປັນສ່ວນຕົວມີຄວາມສຳຄັນກັບທ່ານເທົ່າໃດ ແລະ ໃຫ້ຄຳໝັ້ນສັນຍາຢ່າງເຕັມທີ່ ເພື່ອປົກປ້ອງມັນ. ກະ​ລຸ​ນາ​ຢ່າ​ສົ່ງຂໍ້​ມູນ​ບຸກ​ຄົນ ຫຼື​ ສ່ວນ​ຕົວ​ໃດ​ໜຶ່ງ​ແກ່ Huawei ກ່ອນທີ່ທ່ານໄດ້​ອ່ານ, ເຂົ້າ​ໃຈ ແລະ ​ເຫັນ​ດີ​ກັບ​ນະ​ໂຍ​ບາຍ​ນີ້ ("ນະ​ໂຍ​ບາຍ​ນີ້") ແລ້ວ.

ພວກເຮົາສ້າງນະໂຍບາຍນີ້ຂຶ້ນມາ ເພື່ອຊ່ວຍໃຫ້ທ່ານເຂົ້າໃຈວ່າ:

1) Huawei ໃຊ້ຂໍ້ມູນສ່ວນຕົວຂອງທ່ານແນວໃດ

2) Huawei ໃຊ້ຄຸກ​ກີ້ ແລະ ເຕັກ​ໂນ​ໂລ​ຊີ​ຄ້າຍ​ຄື​ກັນ​ນັ້ນແນວໃດ

3) Huawei ເປີດເຜີຍຂໍ້ມູນສ່ວນຕົວຂອງທ່ານແນວໃດ

4) ວິ​ທີ​ເຂົ້າ​ຫາ ຫຼື ດັດ​ແປງ​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ທ່ານ

5) Huawei ປົກປ້ອງຂໍ້ມູນສ່ວນຕົວຂອງທ່ານແນວໃດ

6) Huawei ຈັດການຂໍ້ມູນສ່ວນຕົວຂອງເດັກ​ນ້ອຍແນວໃດ

7) ຜູ້​ໃຫ້​ບໍ​ລິ​ການ​ບຸກ​ຄົນ​ທີ​ສາມ​ຂອງ Huawei ແລະ ການ​ບໍ​ລິ​ການ​ຂອງ​ເຂົາ​ເຈົ້າ

8) ຂໍ້​ມູນ​ສ່ວນ​ຕົວ​ຂອງ​ທ່ານ​ຖືກ​ໂອນ​ໄປ​ຕ່າງ​ປະ​ເທດ​ແນວ​ໃດ

9) ນະ​ໂຍ​ບາຍ​​ນີ້​ໄດ້​ຮັບ​ການ​ອັບ​ເດດ​ແນວ​ໃດ

10) ຜູ້​ໃຊ້​ຕ່າງ​ປະ​ເທດ

11) ຈະ​ຕິດ​ຕໍ່​​ຫາ Huawei ໄດ້​ແນວ​ໃດ

ກະ​ລຸ​ນາ​ຈື່​ໄວ້​ວ່າ ນະ​ໂຍ​ບາຍ​ນີ້​ນຳ​ໃຊ້ຜູ້​ໃຊ້​ເຄື່ອງ​ອີ​ເລັກ​ໂທ​ຣ​ນິກ​ຂອງ​ Huawei ທັງ​ໝົດ, ລວມ​ທັງ​ໂທ​ລະ​ສັບ​ມີ​ຟີ​ເຈີ, ສະ​ມາດ​ໂຟນ, ແທັບ​ເລັດ, ອຸ​ປະ​ກອນ​ໃຊ້​ໃນ​ບ້ານ, ແຜ່ນ​ຂໍ້​ມູນ, ແອັບ​ພ​ລິ​ເຄ​ຊັນ​ຄອມ​ພິວ​ເຕີ, ເຄື່ອງ​ມື, ຊອບ​ແວ, ເວັບ​ໄຊ​ທ໌, ແລະ ການ​ບໍ​ລິ​ການ​ທີ່​ສະ​ແດງ ຫຼື ອ້າງ​ອີງ​ເຖິງ​ນະ​ໂຍ​ບາຍ​ນີ້.

ນະ​ໂຍ​ບາຍ​ນີ້​ອະ​ທິ​ບາຍ​ວ່າ Huawei ຈັດ​ການ​ກັບ​ຂໍ້​ມູນ​ສ່ວນ​ຕົວ ແລະ​ ບຸກ​ຄົນ​ແນວ​ໃດ ແລະ ຢືນ​ຢັນ​ຄຳ​ໝັ້ນ​ສັນ​ຍາຂອງ​ຕົນ​ເອງ​ທີ່​ຈະ​ປົກ​ປ້ອງ​ຄວາມ​ເປັນ​ສ່ວນ​ຕົວ​ຂອງ​ທ່ານ​. ນະ​ໂຍ​ບາຍ​ບໍ່​ໄດ້​ກ່າວ​ເຖິງ​ທຸກ​ສະ​ພາບ​ການ​ປະ​ມວນ​ຜົນ​ຂໍ້​ມູນ​ທີ່ມ​ຄວາມ​ເປັນ​ໄປ​ໄດ້. ຂໍ້​ມູນ​ກ່ຽວ​ກັບ​ຜະ​ລິດ​ຕະ​ພັນ ຫຼື ການ​ເກັບ​ຂໍ້​ມູນ​ສະ​ເພາະ​ການ​ບໍ​ລິ​ການ​ແມ່ນ​ທາງ Huawei ໄດ້​ອອກ​ເປັນ​ນະ​ໂຍ​ບາຍ​ເສີມ​ຕື່ມ. ຂໍ​ແນະ​ນຳ​ໃຫ້​ທ່ານ​ອ່ານ​ນະ​ໂຍ​ບາຍ​ທັງ​ສອງ​ອັນ​ນີ້ ແລະ ສິ່ງ​ເພີ່ມ​ເຕີມ​ທຸກ​ອັນ ເພື່ອ​ໃຫ້​ເຂົ້າ​ໃຈ​ນະ​ໂຍ​ບາຍ​ວ່າ​ດ້ວຍ​ຄວາມ​ເປັນ​ສ່ວນ​ຕົວ​ຂອງ Huawei ໃຫ້​ລະ​ອຽດ​ສຳ​ລັບ​ຜະ​ລິດ​ຕະ​ພັນ ຫຼື ການ​ບໍ​ລິ​ການ​ສະ​ເພາະ.

1. Huawei ໃຊ້ຂໍ້ມູນສ່ວນຕົວຂອງທ່ານແນວໃດ

ຂໍ້​ມູນ​ສ່ວນ​ຕົວ​ແມ່ນ​ຂໍ້​ມູນ​ທີ່​ສາ​ມາດ​ນຳ​ໄປ​ໃຊ້​ໃນ​ຕົວ​ມັນ​ເອງ ຫຼື ໃນ​ການ​ປະ​ສົມ​ກັບ​ຂໍ້​ມູນ​ອື່ນ, ເພື່ອ​ລະ​ບຸ​ຕົວ​ບຸກ​ຄົນ​. ຂໍ້​ມູນ​ດັ່ງ​ກ່າວ​ຖືກ​ເກັບ​ເອົາ​ເມື່ອ​ທ່ານ​ໃຊ້​ຜະ​ລິດ​ຕະ​ພັນ ຫຼື ການ​ບໍ​ລິ​ການ Huawei ແລະ ສາ​ມາດ​​ທີ່​ຈະ​ມີ​ຊື່​ຂອງ​ທ່ານ, ວັນ​ເດືອນ​ປີ​ເກີດ, ທີ່​ຢູ່, ເລກ​ປະ​ຈຳ​ຕົວ, ເບີ​ໂທ​ລະ​ສັບ, ເລກ​ບັນ​ຊີ, ຮູບ, ແລະ ສະ​ຖານ​ທີ່ ແລະ ວັນ​ທີ​ເມື່ອ​ມີ​ການ​ເຂົ້າ​ຫາ​ຜະ​ລິດ​ຕະ​ພັນ ຫຼື ການ​ບໍ​ລິ​ການ. Huawei ເກັບ​ເອົາ ແລະ ໃຊ້​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ທ່ານ​ທັງ​ໝົດ​ເພື່ອ​ຈຸດ​ປະ​ສົງ​ຕາມ​ທີ່ບອກ​ໄວ້​ໃນ​ນະ​ໂຍ​ບາຍ​ນີ້. ຂໍ້​ມູນ​ຕໍ່​ໄປ​ນີ້​ແມ່ນ​ຕົວ​ຢ່າງ​ຂອງ​ຂໍ້​ມູນ​ສ່ວນ​ຕົວ​ທີ່​ພວກ​ເຮົາ​ອາດ​ຈະ​ເກັບ​ເອົາ ແລະ ວິ​ທີ​ທີ່​ພວກ​ເຮົາ​ໃຊ້​ມັນ​ຄື:

1) ຂໍ້​ມູນ​ສ່ວນ​ຕົວ​ທີ່ Huawei ເກັບ​ເອົາ

ພວກ​ເຮົາ​ອາດ​ຈະ​ເກັບ​ເອົາ​ຂໍ້​ມູນ​ສ່ວນ​ຕົວ​ບາງ​ອັນ, ລວມ​ທັງ​ຊື່, ຮູບ​ໂປ​ຣ​ໄຟ​ລ໌ ເບີ​ໂທ​ລະ​ສັບ, ທີ່​ຢູ່​ອີ​ເມວ, ອາ​ຍຸ, ແລະ ສະ​ຖານ​ທີ່​ຂອງ​ທ່ານ. ຕໍ່​ໄປ​ນີ້​ແມ່​ນ​ບາງ​ຕົວ​ຢ່າງ​ຂອງ​ປະ​ເພດ​ຂໍ້​ມູນ​ສ່ວນ​ຕົວ​ທີ່​ພວກ​ເຮົາ​ອາດ​ຈະ​ເກັບ​ເອົາ.

a. ຂໍ້​ມູນ​ທີ່​ທ່ານ​ສົ່ງ​ໂດຍ​ກົງ: ຈຳ​ນວນ​ຂອງ​ການ​ບໍ​ລິ​ການ Huawei ອະ​ນຸ​ຍາດ​ໃຫ້​ທ່ານ​ສ້າງ​ບັນ​ຊີ ຫຼື ໂປ​ຣ​ໄຟ​ລ໌ໄດ້. ທ່ານ​ອາດ​ຈະ​ໄດ້​ຮັບ​ການ​ຂໍ​ໃຫ້​ສະ​ໜອງ​ຂໍ້​ມູນ​​ບັນ​ຊີ​ເຊັ່ນ: ທີ່​ຢູ່​ອີ​ເມວ, ທີ່​ຢູ່​ການ​ຈັດ​ສົ່ງ, ເບີ​ໂທ​ລະ​ສັບ, ຂໍ້​ມູນ​ຜະ​ລິດ​ຕະ​ພັນ, ເວ​ລາ​ຂອງ​ການ​ຊື້, ແລະ ວິ​ທີ​ການ​ຊຳ​ລະ​ຂອງ​ທ່ານ​ນຳ. ຖ້າ​ທ່ານ​ໃຊ້​ການ​ບໍ​ລິ​ການ​ຂອງ Huawei ເພື່ອ​​ແຊ​ຣ໌ເນື້ອ​ໃນ​ກັບ​ໝູ່​ເພື່ອນຂອງ​ທ່ານ, ພວກ​ເຮົາ​ອາດ​ຈະ​ຕ້ອງ​ການ​ໃຫ້​ທ່ານບອກ​ຂໍ້​ມູນ​ຕິດ​ຕໍ່ຂອງ​ເຂົາ​ເຈົ້າ, ລວມ​ທັງ​ຊື່, ຮູບ​ໂປ​ຣ​ໄຟ​ລ໌ ເບີ​ໂທ​ລະ​ສັບ, ແລະ ທີ່​ຢູ່​ອີ​ເມວ​ຂອງ​ເຂົາ​ເຈົ້າ​ນຳ. ການ​ບໍ​ລິ​ການ​ຂອງ Huawei ບາງ​ອັນ​ອະ​ນຸ​ຍາດ​ໃຫ້​ທ່ານ​ສື່​ສານ ແລະ ແຊ​ຣ໌​ຂໍ້​ມູນ​ກັບ​ຄົນ​ອື່ນ​ໄດ້. ການ​ສື່​ສານ​ດັ່ງ​ກ່າວ​ທັງ​ໝົດ​ແມ່ນ​ປອດ​ໄພ. ຖ້າ​ທ່ານ​ປະ​ສົບ​ກັບ​ການ​ຂັດ​ຂ້ອງ​ໃດ​ໜຶ່ງ​ໃນ​ຂະ​ນະ​ທີ່​ກຳ​ລັງ​ໃຊ້​ອຸ​ປະ​ກອນ ຫຼື ແອັບ​ພ​ລິ​ເຄ​ຊັນ​ຂອງ Huawei, ທ່ານ​ສາ​ມາດ​ເລືອກ​ສົ່ງ​ລາຍ​ລະ​ອຽດ​ການ​ຂັດ​ຂ້ອງ​ຫາ Huawei ໄດ້.

b. ຂໍ້​ມູນ​ການ​ໃຊ້​ບໍ​ລິ​ການ: ພວກ​ເຮົາ​ອາດ​ຈະ​ເກັບ​ເອົາ​ຂໍ້​ມູນ​ລະ​ບົບ ແລະ ແອັບ​ພ​ລິ​ເຄ​ຊັນ​ຈາກ​ອຸ​ປະ​ກອນ​ຂອງ​ທ່ານ, ລວມ​ທັງ​ຊື່​ອຸ​ປະ​ກອນ, ເວີ​ຊັນ​ຂອງ​ລະ​ບົບ ແລະ ແອັບ​ພ​ລິ​ເຄ​ຊັນ, ການ​ຕັ້ງ​ຄ່າ​ພາກ​ພື້ນ ແລະ ພາ​ສາ, ເວີ​ຊັນ​ອຸ​ປະ​ກອນ, ເລກ​ລະ​ບຸ​ອຸ​ປະ​ກອນ (IMEI, ESN, MEID, ແລະ SN), ທີ່​ຕັ້ງ​ບ່ອນ​ຢູ່ (ເຊັ່ນ ID ຂອງ​ພື້ນ​ທີ່​ບ່ອນ​ອຸ​ປະ​ກອນ​ຂອງ​ທ່ານຢູ່), ID ເຄືອ​ຂ່າຍ​ຜູ້​ໃຫ້​ບໍ​ລິ​ການ (PLMN), ນິ​ໄສ​ການນຳ​ໃຊ້, ແລະ ທີ່​ຢູ່ IP. ພວກ​ເຮົາ​ຍັງ​ອາດ​ຈະ​ບັນ​ທຶກ​ເອົາ​ເວ​ລາ​ການ​ເຂົ້າ​ໃຊ້​ບໍ​ລິ​ການ​ຂອງ​ທ່ານ, ຊອກ​ຫາ​ເງື່ອນ​ໄຂ​ຄຳ​ຖາມ, ແລະ ຂໍ້​ມູນ​ເກັບ​ໄວ້​ໃນ​ຄຸກ​ກີ້​ໃນ​ອຸ​ປະ​ກອນ​ຂອງ​ທ່ານ​ນຳ.

c. ຂໍ້​ມູນບຸກ​ຄົນ​ທີ​ສາມ: ພວກ​ເຮົາ​ອາດ​ຈະ​ໄດ້​ຮັບ​ຂໍ້​ມູນ​ກ່ຽວ​ກັບ​ທ່ານ​ຈາກ​ແຫຼ່ງ​ຂໍ້​ມູນ​ສາ​ທາ​ລະ​ນະ ແລະ ທາງ​ການ​ຄ້າ​ທີ່​ມີຢູ່​ຕາມ​ກົດ​ໝາຍ​ອະ​ນຸ​ມັດ. ພວກ​ເຮົາ​ຍັງ​ອາດ​ຈະ​ໄດ້​ຮັບ​ຂໍ້​ມູນ​ກ່ຽວ​ກັບ​ທ່ານ​ຈາກ​ການ​ບໍ​ລິ​ການ​ເຄືອ​ຂ່າຍ​ສັງ​ຄົມ​ບຸກ​ຄົນ​ທີ​ສາມ​ເຊັ່ນ: ເມື່ອ​ທ່ານ​ເຂົ້າ​ສູ່​ລະ​ບົບ​ຫາ​ເວັບ​ໄຊ​ທ໌​ຂອງ​ພວກ​ເຮົາ​ດ້ວຍ​ການ​ໃຊ້​ບັນ​ຊີ Facebook ຫຼື Twitter ຂອງ​ທ່ານ.

2) Huawei ໃຊ້ຂໍ້ມູນສ່ວນຕົວຂອງທ່ານແນວໃດ

ພວກ​ເຮົາ​ອາດ​ຈະໃຊ້ຂໍ້ມູນສ່ວນຕົວຂອງທ່ານເພື່ອ:

a. ປະ​ກອບ​ໃບ​ສັ່ງ​ຊື່​ໃຫ້​ຄົບ​ຖ້ວນ; ຈັດ​ສົ່ງ, ເປີດ​ນຳ​ໃຊ້, ຫຼື ກວດ​ສອບ​ຜະ​ລິດ​ຕະ​ພັນ ຫຼື ການ​ບໍ​ລິ​ການ; ດຳ​ເນີນ​ການ​ປ່ຽນ​ແປງ​ຕາມ​ຄຳ​ຂໍ​ຂອງ​ທ່ານ; ແລະ ໃຫ້​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ວິ​ຊາ​ການ.

b. ຕິດ​ຕໍ່​ຫາ​ທ່ານ; ສົ່ງ​ຂໍ້​ມູນ​ກ່ຽວ​ກັບ​ຜະ​ລິ​ດ​ຕະ​ພັນ ແລະ ການ​ບໍ​ລິ​ການ​ທີ່​ອາດ​ຈະ​ຢູ່​ໃນ​ຄວາມ​ສົນ​ໃຈ​ໃຫ້​ແກ່​ທ່ານ; ເຊີນ​ທ່ານ​ເຂົ້າ​ຮ່ວມ​ໃນ​ການ​ໂຄ​ສະ​ນາ ແລະ ການ​ສຳ​ຫຼວດ​ຕະ​ຫຼາດ Huawei; ຫຼື ສົ່ງ​ຂໍ້​ມູນ​ການ​ຕະ​​ຫຼາດ​ພ້ອມ​ຄຳ​ຍິນຍອມ​ຈະ​ແຈ້ງ​ໃຫ້​ກັບ​ທ່ານ. ຖ້າ​ທ່ານ​ບໍ່​ໄດ້​ຮັບ​ຂໍ້​ມູນ​ດັ່ງ​ກ່າວ, ທ່ານ​ສາ​ມາດ​ເລືອກ​ອອກ​ໄປ​ໃນ​ເວ​ລາ​ໃດ​ກໍ່​ໄດ້.

c. ແຈ້ງ​ໃຫ້​ທ່ານ​ຊາບ​ກ່ຽວ​ກັບ​ການ​ອັບ​ເດດ​ລະ​ບົບ​ໃຊ້​ງານ ຫຼື ແອັບ​ພ​ລິ​ເຄ​ຊັນ ແລະ ຕິດ​ຕັ້ງ​ພວກ​ມັນ.

d. ໃຫ້​ປະ​ສົບ​ການ​ຜູ້​ໃຊ້​ເປັນ​ສ່ວນ​ຕົວ ແລະ ເນື້ອ​ໃນ​ເປັນ​ສ່ວນ​ຕົວ​ແກ່​ທ່ານ, ແລະ ເປີດ​ນຳ​ໃຊ້​ການ​ບໍ​ລິ​ການ​ຫຼັງ​ການ​ຂາຍ​ຂອງ​ທ່ານ.

e. ດຳ​ເນີນ​ການກວດ​ສອບ​ພາຍ​ໃນ, ການ​ວິ​ເຄາະ​ຂໍ້​ມູນ, ແລະ ການ​ຄົ້ນ​ຄວ້າ ເພື່ອ​ປັບ​ປຸງ​ຜະ​ລິດ​ຕະ​ພັນ ແລະ ການ​ບໍ​ລິ​ການ​ຂອງ​ພວກ​ເຮົາ.

f. ວິ​ເຄາະ​ປະ​ສິດ​ທິ​ພາບການ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ພວກ​ເຮົາ ແລະ ວັດ​ແທກ​ສ່ວນ​ແບ່ງ​ຕະ​ຫຼາດ​ຂອງ​ພວກ​ເຮົາ.

g. ປັບ​ປຸງ​ການ​ສື່​ສານ​ຂອງ​ລູກ​ຄ້າ ແລະ ຮັບ​ປະ​ກັນ​ໃຫ້​ມີ​ການ​ບໍ​ລິ​ການ​ທີ່​ປອດ​ໄພ​, ໄດ້​ຄຸນ​ນະ​ພາບ​ແກ່​ລູກ​ຄ້າ.

h. ແກ້​ໄຂ​ຂໍ້​ຂັດ​ຂ້ອງ ຖ້າ​ທ່ານ​ເລືອກ​ທີ່​ຈະ​ສົ່ງ​ລາຍ​ລະ​ອຽດ​ການ​ຂັດ​ຂ້ອງ​ໃຫ້​ແກ່​ພວກ​ເຮົາ.

i. ຊິງ​ໂຄ​ຣ​ໄນ, ແຊ​ຣ໌, ແລະ ເກັບຮັກ​ສາ​ຂໍ້​ມູນ​ທີ່​ທ່ານ​ອັບ​ໂຫຼດ ຫຼື​ດາວ​ໂຫຼດ ແລະ ​ຂໍ້​ມູນ​ທີ່​ຕ້ອງ​​ການ ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ການ​ອັບ​ໂຫຼດ ແລະ​ ການ​ດາວ​ໂຫຼດ.

j. ປັບ​ປຸງ​ການ​ປ້ອງ​ກັນ​ການ​ເສຍ ແລະ ໂຄງ​ການ​ຕ້ານ​ການ​ຍັກ​ຍອກ​ຂອງ​ພວກ​ເຮົາ.

3) ການບໍລິການ​ທີ່​ອີງ​ໃສ່​ທີ່​ຕັ້ງ

ເມື່ອ​ທ່ານ​ເຂົ້າ​ຫາ​ການ​ບໍ​ລິ​ການ​ອີງ​ໃສ່​ທີ່​ຕັ້ງ​ສະ​ເພາະ, ຕົວ​ຢ່າງ ເມື່ອ​ທ່ານ​ທຳ​ການ​ຊອກ​ຫາ, ໃຊ້​ຊອບ​ແວ​ການ​ນຳ​ທາງ, ຫຼື ກວດ​ເບິ່ງ​ສະ​ພາບ​ອາ​ກາດ​ສຳ​ລັບ​ສະ​ຖານ​ທີ່​ສະ​ເພາະ, Huawei ອາດ​ຈະ​ເກັບ​ເອົາ, ໃຊ້, ແລະ ປະ​ມວນ​ຜົນ​ທີ່​ຕັ້ງ​ທີ່​ແນ່ນອນ ຫຼື ບໍ່​ຊັດ​ເຈນ​ຂອງ​ອຸ​ປະ​ກອນ​ຂອງ​ທ່ານ. ອັນ​ນີ້​ມີ​ຄວາມ​ຈຳ​ເປັນ​ສຳ​ລັບ Huawei ເພື່ອ​ໃຫ້​ການ​ບໍ​ລິ​ການ​ທີ່​ກ່າວ​ມາ​ຂ້າງ​ເທິງນັ້ນ. Huawei ອາດ​ຈະເກັບ​ເອົາເລກ​ລະ​ບຸ​ອຸ​ປະ​ກອນ​ຂອງ​ທ່ານ (IMEI, ESN, MEID, ແລະ SN), ປະ​ເພດອຸ​ປະ​ກອນ, ລຸ້ນ, ແລະ​ ຂໍ້​ມູນ​ຈຸດ​ທີ່​ຕັ້ງ​ສົດ (ທີ່​ໄດ້​ຮັບ​ມາ​ຜ່ານ GPS, Wi-Fi, ແລະ ID ເຄືອ​ຂ່າຍ​ຂອງ​ຜູ້​ໃຫ້​ບໍ​ລິ​ການ​ຂອງ​ທ່ານ). Huawei ເກັບ​ກຳ​ຂໍ້​ມູນ​ຈຸດ​ທີ່​ຕັ້ງ ເພື່ອ​ໃຫ້ ແລະ​ປັບ​ປຸງ​ຜະ​ລິດ​ຕະ​ພັນ ແລະ ​ການ​ບໍ​ລິ​ການອີງ​ໃສ່​ຈຸດ​ທີ່​ຕັ້ງ.

ພວກ​ເຮົາ​ອາດ​ຈະ​ຖາມ​ທ່ານ​ວ່າ ແອັບ​ພ​ລິ​ເຄ​ຊັນ​ໃດ​ທີ່​ທ່ານ​ຕ້ອງ​ການ​ໃຫ້​ເປີດ​ໃຊ້​ງານ​ການ​ບໍ​ລິ​ການ​ອີງ​ໃສ່​ຈຸດ​ທີ່​ຕັ້ງ. ທ່ານ​ສາ​ມາດ​ເລືອກ​ທີ່​ຈະ​ບໍ່​ແຊ​ຣ໌​ຂໍ້​ມູນ​ທີ່​ຕັ້ງ​ຂອງ​ທ່ານ​ໄດ້ ໂດຍ​ການ​ປິດ​ການ​ບໍ​ລິ​ການ​ອີງ​ໃສ່​ຈຸດ​ທີ່​ຕັ້ງ​ຢູ່​ໃນ​ອຸ​ປະ​ກອນ​ຂອງ​ທ່ານ. ສຳ​ລັບ​ຂໍ້​ມູນ​ລະ​ອຽດ​ກ່ຽວ​ກັບ​ວິ​ທີ​ປິດ​ໃຊ້​ງານ​ການ​ບໍ​ລິ​ການ​ອີງ​ໃສ່​ຈຸດ​ທີ່​ຕັ້ງ, ກະ​ລຸ​ນາ​ຕິດ​ຕໍ່​ຜູ້​ຄວບ​ຄຸມ​ເຄືອ​ຂ່າຍ​ຂອງ​ທ່ານ.

4) ການ​ເກັບ​ເອົາ ແລະ​ນຳ​ໃຊ້​ຂໍ້​ມູນ​ທີ່​ບໍ່​ສາ​ມາດ​ລະ​ບຸ​ໄດ້

ຂໍ້​ມູນ​ທີ່​ບໍ່ສາ​ມາດ​ລະ​ບຸ​ໄດ້ໝາຍ​ເຖິງ​ຂໍ້​ມູນ​ທີ່​ບໍ່​ສາ​ມາດ​ໃຊ້ ເພື່ອ​ລະ​ບຸ​ຕົວ​ບຸກ​ຄົນ​ໄດ້. ຕົວ​ຢ່າງ, Huawei ອ​າດ​ຈະ​ເກັບ​ເອົາ​ຂໍ້​ມູນ​ສະຖິ​ຕິ​ລວມ​ເຊັ່ນ: ຈຳ​ນວນ​ຂອງ​ຜູ້​ເຂົ້າ​ມາ​ເບິ່ງ​ເວັບ​ໄຊ​ທ໌​ຂອງມັນ. Huawei ເກັບເອົາຂໍ້​ມູນນີ້ ເພື່ອ​ໃຫ້ເຂົ້າ​ໃຈວ່າ ຄົນ​ໃຊ້​ເວັບ​ໄຊ​ທ໌, ຜະ​ລິດ​ຕະ​ພັນ, ແລະ​ ການ​ບໍ​ລິ​ການ​ຂອງ​ມັນແນວ​ໃດ. ອັນ​ນີ້​ອະ​ນຸ​ຍາດ​ໃຫ້ Huawei ປັບ​ປຸງ​ການ​ບໍ​ລິ​ການ​ຂອງ​ມັນ​ເອົງ ເພື່ອ​ເຮັດ​ໃຫ້​ລູກ​ຄ້າ​ມີ​ຄວາມ​ພໍ​ໃຈ​ຕາມ​ຄວາມ​ຕ້ອງ​ການໄດ້​ດີຂຶ້ນ. ຕາມ​ດຸນ​ພິ​ນິດ​ຂອງ​ຕົນ​ເອງ​ແລ້ວ, Huawei ອາດ​ຈະ​ເກັບເອົາ, ໃຊ້, ປະ​ມວນ​ຜົນ, ໂອນ, ຫຼື​ ເປີດ​ເຜີຍ​ຂໍ້​ມູນ​ທີ່​ບໍ່ສາ​ມາດ​ລະ​ບຸ​ຕົວ​ ເພື່ອ​ຈຸດ​ປະ​ສົງ​ອື່ນໆ​ໄດ້.

ພວກ​ເຮົາ​ພະ​ຍາ​ຍາມ​ທີ່​ຈະ​ຮັກ​ສາ​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ທ່ານ ແລະ ຂໍ້​ມູນ​ບໍ່​ສາ​ມາດ​ລະ​ບຸ​ໄດ້​ໄວ້​ແຍກ​ກັນ, ແລະ ໃຊ້​ແຕ່​ລະ​ອັນ​ຢ່າງ​ເປັນ​ເອ​ກະ​ລາດ. ຖ້າ​ມີ​ການ​ເອົາ​ຂໍ້​ມູນ​ສ່ວນ​ຕົວ​ລວມ​ໄວ້​ກັບ​ຂໍ້​ມູນ​ບໍ່​ສາ​ມາດ​ລະ​ບຸ​ຕົວ​ໄດ້, ມັນ​ຈະ​ຖືກ​ຮັກ​ສາ​ໄວ້​ເປັນ​ຂໍ້​ມູນ​ສ່ວນ​ຕົວ.

2. Huawei ໃຊ້ຄຸກ​ກີ້ ແລະ ເຕັກ​ໂນ​ໂລ​ຊີ​ຄ້າຍ​ຄື​ກັນ​ນັ້ນແນວໃດ

1) ຄຸກ​ກີ້

ເພື່ອ​ຮັບ​ປະກັນ​ໃຫ້​ເວັບ​ໄຊ​ທ໌​ຂອງ​ພວກ​ເຮົາ​ໃຊ້​ງານ​ໄດ້​ຢ່າງ​ຖືກ​ຕ້ອງ, ບາງ​ຄັ້ງ​ພວກ​ເຮົາ​ຈະ​ເກັບ​ຮັກ​ສາ​ໄຟ​ລ໌​ຂໍ້​ມູນ​ຂະ​ໜາດ​ນ້ອຍ​ທີ່​ຮູ້​ຈັກ​ໃນ​ນາມ​ເປັນ​ຄຸກ​ກີ້​ໄວ້​ຢູ່​ໃນ​ຄອມ​ພິວ​ເຕີ ຫຼື ອຸ​ປະ​ກອນ​ມື​ຖື. ຄຸກ​ກີ້​ເປັນ​ໄຟ​ລ໌​ຂໍ້​ຄວາມ​ທຳ​ມະ​ດາ​ທີ່​ຖືກ​ເກັບ​ໄວ້​ຢູ່​ໃນ​ຄອມ​ພິວ​ເຕີ​ ຫຼື ອຸ​ປະ​ກອນ​ຂອງ​ທ່ານ​ໂດຍ​ເຊີ​ເ​ວີ​ເວັບ. ມີ​ພຽງ​ແຕ່​ເຊີ​ເວີ​ທີ່​ສ້າງ​ຄຸກ​ກີ້​ເທົ່າ​ນັ້ນ​ທີ່​ສາ​ມາດ​ກູ້​ຄືນ ຫຼື ອ່ານ​ເນື້ອ​ໃນ​ຄຸກ​ກີ້​ໄດ້. ຄຸກ​ກີ້​ແຕ່​ລະ​ອັນ​ແມ່ນ​ເປັນ​ອັນ​ສະ​ເພາະ​ກັບ​ບ​ຣາວ​ເຊີ​ເວັບ​ ຫຼື ແອັບ​ພ​ລິ​ເຄ​ຊັນ​ມື​ຖືຂອງ​ທ່ານ. ປົກ​ກະ​ຕິ​ແລ້ວນັ້ ຄຸກ​ກີ້​ມີ​ຕົວ​ລະ​ບຸ​ຕົວ​ຕົນ, ຊື່​ເວັບ​ໄຊ​ທ໌, ແລະ ຕົວ​ເລກ ແລະ ຕົວ​ອັກ​ສອນ​ບາງ​ຕົວ. ຄຸກ​​ກີ້​ອະ​ນຸ​ຍາດ​ໃຫ້​ເວັບ​ໄຊ​ທ໌ເກັບ​ຮັກ​ສາຂໍ້​ມູນ​ເຊັ່ນ: ຄວາມ​ມັກຜູ້​ໃຊ້​ຂອງ​ທ່ານ ຫຼື​ເນື້ອໃນຂອງ​ກະ​ຕ່າ​ຊອບ​ປິ້ງ​ຂອງ​ທ່ານ.

ເວັບ​ໄຊ​ທ໌​ຂະ​ໜາດ​ໃຫຍ່ ຫຼື ຜູ້​ໃຫ້​ບໍ​ລິ​ການ​ອິນ​ເຕີ​ເນັດ​ສ່ວນ​ໃຫຍ່​ເປີດ​ໃຊ້​ງານ​ຄຸກ​ກີ້ ເພື່ອ​ປັບ​ປຸງ​ປະ​ສົບ​ການ​ຜູ້​ໃຊ້​ຂອງ​ເຂົາ​ເຈົ້າ. ຄຸກ​ກີ້​ອະ​ນຸ​ຍາດ​ໃຫ້​ເວັບ​ໄຊ​ທ໌​ຈື່​ຜູ້​ໃຊ້, ບໍ່​ວ່າ​ຈະ​ເ​ປັນ​ການ​ເຂົ້າ​ເບິ່ງ​ພຽງ​ຄັ້ງ​ດຽວ (ດ້ວຍ​ການ​ໃຊ້​ຄຸກ​ກີ້​ເ​ຊ​ສ​ຊັນ) ຫຼື ສຳ​ລັບ​ການ​ເຂົ້າ​ເບິ່ງ​ຊ້ຳ (ດ້ວຍ​ການ​ໃຊ້​ຄຸກ​ກີ​ຄົງ​ຕົວຢູ່). ຄຸກ​​ກີ້​ອະ​ນຸ​ຍາດ​ໃຫ້​ເວັບ​ໄຊ​ທ໌ເກັບ​ຮັກ​ສາການ​ຕັ້ງ​ຄ່າເຊັ່ນ: ພາ​ສາ, ຟ້ອນ​ຕົວ​ໜັງ​ສື, ຂະ​ໜາດ, ແລະ ຄວາມ​ມັກການ​ເຂົ້າ​ເບິ່ງ​ອື່ນໆ​ສຳ​ລັບ​ຄອມ​ພິວ​ເຕີ ຫຼື ອຸ​ປະ​ກອນ​ມື​ຖືຂອງ​ທ່ານ. ອັນ​ນີ້​ໝາຍ​ຄວາມ​ວ່າ ຄວາມ​ມັກ​ຂອງ​ຜູ້​ໃຊ້​ບໍ່​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ປັບ​ຕັ້ງ​ຢູ່​ໃນ​ການ​ເຂົ້າ​ເບິ່ງ​ແຕ່​ລະ​ເທື່ອ. ຖ້າ​ເວັບ​ໄຊ​ທ໌​ບໍ່​ໃຊ້​ຄຸກ​ກີ້, ມັນ​ຈະ​ຖື​ວ່າ ຜູ້​ໃຊ້​ຂອງ​ມັນ​ເປັນຜູ້​ເຂົ້າ​ມາ​ເບິ່ງ​ໃໝ່​ທຸກໆ​ຄັ້ງ​ທີ່ພວກ​ມັນ​ເປີດ​ໜ້າ​ໃໝ່ຂຶ້ນ​ມາ. ຕົວ​ຢ່າງ, ຖ້າ​ທ່ານ​ເຂົ້າ​ສູ່​ລະ​ບົບ​ຢູ່​ໃນ​ເວັບ​ໄຊ​ທ໌ ແລະ ຍ້າຍ​ໄປ​ສູ່​ໜ້າ​ອື່ນ, ເວັບ​ໄຊ​ທ໌​ຈະ​ບໍ່​ຮັບ​ຮູ້​ທ່ານ, ແລະ ທ່ານ​ຈະ​ຖືກ​ນຳ​ອອກ​ລະ​ບົບ​ອີກ.

Huawei ບໍ່​ໃຊ້​ຄຸກ​ກີ້ເພື່ອ​ຈຸດ​ປະ​ສົງອື່ນນອກ​ເໜືອ​ຈາກທີ່ໄດ້​ລະ​ບຸໄວ້​ໃນ​ນະ​ໂຍ​ບາຍ​ນີ້. ທ່ານ​ສາ​ມາດ​ຈັດ​ການ ຫຼື ລຶບ​ຄຸກ​ກີ້​ໄດ້​ຕາມ​ຄວາມ​ມັກ​ຂອງ​ທ່ານ. ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ເບິ່ງ AboutCookies.org. ທ່ານ​ສາ​ມາດ​ລຶບ​ທຸກ​ຄຸກ​ກີ້​ທີ່ເກັບ​ໄວ້ຢູ່​ໃນ​ຄອມ​ພິວ​ເຕີ​ຂອງ​ທ່ານໄດ້ ແລະ ບ​ຣາວ​ເຊີ​ເວັບ​ສ່ວນ​ໃຫຍ່​ກໍ່​ສາ​ມາດ​ປັບ​ຕັ້ງ​ໃໝ່ ເພື່ອບ​ລັອກ​ຄຸກ​ກີ້ໄດ້. ເຖິງ​ແນວ​ໃດ​ກໍ່​ຕາມ, ຖ້າ​ທ່ານ​ເຮັດ​ແນວນັ້ນ, ທ່ານ​ອາດ​ຈະ​ຕ້ອງ​ໄດ້​ປັບ​ການ​ຕັ້ງ​ຄ່າຜູ້​ໃຊ້​ຂອງ​ທ່ານເອົາ​ເອງ​ທຸກໆ​ຄັ້ງທີ່​ທ່ານ​ເຂົ້າ​ເບິ່ງ​ເວັບ​ໄຊ​ທ໌​ຂອງ​ພວກ​ເຮົາ. ສຳ​ລັບ​ຂໍ້​ມູນເພີ່ມ​ເຕີມ​ກ່ຽວ​ກັບ​ວິ​ທີ​ປ່ຽນ​ການ​ຕັ້ງ​ຄ່າ​ບ​ຣາວ​ເຊີ​ຂອງ​ທ່ານ, ກະ​ລຸນາເຂົ້າ​ເບິ່ງ​ລິ້ງຕໍ່​ໄປ​ນີ້​ຄື: <Internet Explorer>, <Google Chrome>,< Mozilla Firefox>, <Safari>, ແລະ <Opera>.

2) ໄຟ​ເຕືອນ​ເວັບ ແລະ ແທັກ​ພິກ​ເຊ​ລ

ນອກ​ຈາກ​ຄຸກ​ກີ້​ແລ້ວ, ພວກ​ເຮົາ​ຍັງ​ໃຊ້​ເຕັກ​ໂນ​ໂລ​ຊີ​ຄ້າຍ​ຄື​ກັນ​ເຊັ່ນ: ໄຟ​ເຕືອນ​ເວັບ ແລະ ແທັກ​ພິກ​ເຊ​ລ​ຢູ່​ໃນ​ເວັບ​ໄຊ​ທ໌​ຂອງ​ພວກ​ເຮົາ. ຕົວ​ຢ່າງ, ເມື່ອ​ທ່ານ​ໄດ້​ຮັບ​ອີ​ເມວ​ຈາກ Huawei, ມັນ​ອາດ​ຈະ​ມີ URL ​ຄ​ລິກ​ຜ່ານ ເຊິ່ງ​ລິ້ງ​ໃສ່​ເນື້ອ​ໃນ​ຢູ່​ໃນ​ເວັບ​ໄຊ​ທ໌​ຂອງ Huawei. ຖ້າ​ທ່ານ​ຄ​ລິກ​ໃສ່​ລິ້ງ, ການ​ຄ​ລິກ​ຜ່ານ​ຖືກ​ຕິດ​ຕາມ​ໂດຍ Huawei ເພື່ອ​ຊ່ວຍ​ໃຫ້​ພວກ​ເຮົາ​ຮຽນ​ຮູ້​ກ່ຽວ​ກັບ​ຄວາມ​ມັກ​ຜະ​ລິດ​ຕະ​ພັນ ແລະ ການ​ບໍ​ລິ​ການ​ຂອງ​ທ່ານ ແລະ ປັບ​ປຸງ​ການ​ບໍ​ລິ​ການ​ລູກ​ຄ້າ​ຂອງ​ພວກ​ເຮົາ. ຕາມ​ທຳ​ມະ​ດາ​ແລ້ວ ໄຟ​ເຕືອນ​ເວັບ​ແມ່ນ​ຮູບ​ໂປ່ງ​ແສງ ທີ່​​ຝັງ​ຕິດ​ໄວ້​ຢູ່​ໃນ​ເວັບ​ໄຊ​ທ໌ ຫຼື ຢູ່​ໃນ​ອີ​ເມວ. ການ​ລວມ​ເອົາແທັກ​ພິກ​ເຊ​ລເຂົ້າໃນ​ອີ​ເມວເຮັດ​ໃຫ້​ພວກ​ເຮົາ​ຮູ້​ວ່າ ອີ​ເມວ​ຂອງ​ພວກ​ເຮົາ​ຖືກ​ເປີດ​ອ່ານ​ແລ້ວ​ບໍ. ຖ້າ​ທ່ານ​ບໍ່ຕ້ອງ​ການ​ໃຫ້​ກິດ​ຈະ​ກຳ​ຕ່າງໆ​ຂອງ​ທ່ານ​ໄດ້​ຮັບ​ການ​ຕິດ​ຕາມ​ໃນ​ວິ​ທີ​ທາງ​ດັ່ງ​ກ່າວ, ທ່ານ​ອາດ​ຈະ​ຖອນ​ສະ​ໝັກ​ຈາກ​ລາຍ​ການ​ເມວ Huawei ໃນ​ເວ​ລາ​ໃດ​ກໍ່​ໄດ້.

3) ຢ່າ​ຕິດ​ຕາມ

ບ​ຣາວ​ເຊີ​ເວັບ​ຫຼາຍ​ອັນ​ມີ​ຟີ​ເຈີ​ຢ່າ​ຕິດ​ຕາມ, ເຊິ່ງ​ອອກ​ຄຳ​ຂໍ​ຢ່າ​ຕິດ​ຕາມ​ໃຫ້​ເວັບ​ໄຊ​ທ໌​ຕ່າງໆ. ປະ​ຈຸ​ບັນ​ນີ້, ອົງ​ການ​ມາດ​ຕະ​ຖານ​ອິນ​ເຕີ​ເນັດ​ຕົ້ນ​ຕໍ​ບໍ່​ມີ​ນະ​ໂຍ​ບາຍ​ຄຸ້ມ​ຄອງວ່າ ຈະ​ໃຫ້​ເວັບ​ໄຊ​ທ໌​ຄວນເຮັດ​ແນວ​ໃດ ເມື່ອ​ໄດ້​ຮັບ​ການ​ຂໍ​ດັ່ງ​ກ່າວ. ເຖິງ​ແນວ​ໃດ​ກໍ່​ຕາມ, ທຸກ​ເວັບ​ໄຊ​ທ໌​ຂອງ Huawei ໃຫ້​ຄວາມ​ເຄົາ​ລົບ​ຕໍ່​ທາງ​ເລືອກ​ຢ່າ​ຕິດ​ຕາມ ຖ້າ​ມັນ​ເປີດ​ໃຊ້​ງານ​ໄວ້​ຢູ່​ໃນ​ບ​ຣາວ​ເຊີ​ຂອງ​ທ່ານ.

3. Huawei ເປີດເຜີຍຂໍ້ມູນສ່ວນຕົວຂອງທ່ານແນວໃດ

Huawei ​ບໍ່​ຂາຍ​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ທ່ານ​ໃຫ້​ກັບ​ບຸກ​ຄົນ​ທີ​ສາມ​. ເຖິງ​ແນວ​ໃດ​ກໍ່​ຕາມ, Huawei ອາດ​ຈະ​ເປີດ​ເຜີຍ​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ທ່ານ​ພາຍ​ໃຕ້ສະ​ພາບການ​ຕໍ່​ໄປ​ນີ້​ຄື:

1) ການ​ເປີດເຜີຍ​ດ້ວຍ​ການ​ຍິນຍອມ​ຈະ​ແຈ້ງ​ຄື: ຫຼັງ​ຈາກ​ໄດ້​ຮັບ​ການ​ອະ​ນຸ​ມັດຈະ​ແຈ້ງ​ຂອງ​ທ່ານ​ແລ້ວ, Huawei ອາດ​ຈະ​​ແ​ຊ​ຣ໌ຂໍ້​ມູນ​ສ່ວນ​ຕົວ​ຂອງ​ທ່ານ​ກັບ​ຝ່າຍ​ອື່ນ.

2) ການ​ເປີດ​ເຜີຍ​ໃຫ້​ກັບ​ບໍ​ລິ​ສັດ​ໃນ​ກຸ່ມ​ຂອງ Huawei: ຂໍ້​ມູນ​ສ່ວນ​ຕົວ​ຂອງ​ທ່ານ​ອາດ​ຈະ​ຖືກ​ນຳ​ໄປ​ແຊ​ຣ໌​ກັບບໍ​ລິ​ສັດ​ໃນ​ກຸ່ມ​ຂອງ Huawei. ຕາມ​ເລື່ອງ​ຂອງ​ນະ​ໂຍ​ບາຍ​ແລ້ວ, ພວກ​ເຮົາ​ຈະ​ເປີດ​ເຜີຍ​ຂໍ້​ມູນ​ທີ່​ມີ​ຄວາມ​ຈຳ​ເປັນ​ເທົ່າ​ນັ້ນ.

3) ການ​ເປີດເຜີຍ​ໃຫ້​ກັບ​ຫຸ້ນ​ສ່ວນ​ທີ່​ໄດ້​ຮັບ​​ສິດ​ອື່ນໆ ("ຫຸ້ນ​​ສ່ວນ​ຂອງ​ພວກ​ເຮົາ"): ການ​ບໍ​ລິ​ການ​ບາງ​ອັນ​ຂອງ Huawei ແມ່ນ​ຫຸ້ນ​ສ່ວນ​ຂອງ​ພວກ​ເຮົາ​ສະ​ໜອງ​ໃຫ້. Huawei ອາດ​ຈະ​ແຊ​ຣ໌​ຂໍ້​ມູນ​ສ່ວນ​ຕົວ​ບາງ​ອັນ​ຂອງ​ທ່ານ​ໃຫ້​ກັບ​ຫຸ້ນ​ສ່ວນ​ຂອງ​ຕົນ​ເອງ ເພື່ອ​ໃຫ້​ການ​ບໍ​ລິ​ການ​ແ​ກ່​ລູກ​ຄ້າ​ໄດ້​ດີ​​ຂຶ້ນ ແລະ ໃຫ້​ປະ​ສົບ​ການ​ຜູ້​ໃຊ້​ທີ່​ໄດ້​ຮັບ​ການ​ປັບ​ປຸງ​ດີ​ຂຶ້ນ. ຕົວ​ຢ່າງ, ເມື່ອ​ທ່ານ​ຊື້​ຜະ​ລິດ​ຕະ​ພັນຂອງ Huawei ທາງ​ອອນ​ລາຍ, Huawei ຕ້ອງ​ແຊ​ຣ໌​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ທ່ານ​ກັບ​ຜູ້​ໃຫ້​ບໍ​ລິ​ການ​ຈັດ​ສົ່ງ ເພື່ອ​ກຳ​ນົດ​ເວ​ລາ​ການ​ຈັດ​ສົ່ງ, ຫຼື ຈັດ​ແຈງ​ໃຫ້​ຫຸ້ນ​ສ່ວນ ເພື່ອ​ໃຫ້​ການ​ບໍ​ລິ​ການຕ່າງໆ. ຂໍ້​ມູນ​ສ່ວນ​ຕົວ​ຂອງ​ທ່ານ​ອາດ​ຈະ​ຖືກ​ທຳ​ການ​ປະ​ມວນ​ຜົນ ເພື່ອ​ຈຸດ​ປະ​ສົງສະ​ເພາະ, ບົ່ງ​ບອກ​ແຈ້ງ, ແລະ ທາງ​ກົດໝາຍ, ແລະ ມີ​ພຽງ​ແຕ່​ຂໍ້​ມູນ​ທີ່​ຈຳ​ເປັນ​ເພື່ອ​ໃຫ້​ການ​ບໍ​ລິ​ການ​ເທົ່າ​ນັ້ນ​ທີ່​ຈະ​ຖືກ​ນຳ​ໄປ​ເປີດ​ເຜີຍ. ບັນ​ດາ​ສາ​ຂາ ຫຼື ຫຸ້ນ​ສ່ວນ​ຂອງ Huawei ບໍ່​ມີ​ສິດ​ທີ່​ຈະ​ໃຊ້​ຂໍ້​ມູນ​ສ່ວນ​ຕົວ​ທີ່​ແຊ​ຣ໌​ໃຫ້​ນັ້ນ​ເພື່ອ​ຈຸດ​ປະ​ສົງ​ອື່ນ​ໃດ​ໄດ້.

4) ການ​ເປີດ​ເຜີຍ​ຫຼັກ​ຖານ​ທາງ​ກົດ​ໝາຍ ຫຼື ຕາມ​ເຫດ​ຜົນ: Huawei ອາດ​ຈະ​ເປີດ​ເຜີຍ​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ທ່ານ ຖ້າ​ກົດ​ໝາຍ, ການ​ຮ້ອງ​ຟ້ອງ​ທາງ​ກົດ​ໝາຍ, ການ​ຮ້ອງ​ຟ້ອງ, ຫຼື​ ອຳ​ນາດ​ການ​ປົກ​ຄອງ​ຂອງ​ລັດ ແລະ ລັດ​ຖະ​ບານ​ຮຽກ​ຮ້ອງ. ຢູ່​ໃນ​ບາງອຳ​ນາດສານ, ຂໍ້​ມູນ​ສ່ວນ​ຕົວ​ຂອງ​ທ່ານ​ອາດ​ຈະ​ຖືກ​ເປີດ​ເຜີຍ​ໃຫ້​ຝ່າຍ​ດຳ​ເນີນ​ການ​ນຳ​ອີກ ຖ້າ Huawei ມີ​ສ່ວນ​ພົວ​ພັນ​ຢູ່​ໃນ​ອົງ​ການ​ຈັດ​ຕັ້ງ, ການ​ຄວບ​ກິດ​ຈະ​ການ, ຫຼື ການ​ຮ້ອງ​ຟ້ອງ​ລົ້ມ​ລະ​ລາຍ ແລະ ການ​ຊຳ​ລະ​ໜີ້​ສິນ. Huawei ຍັງ​ອາດ​ຈະ​ເປີດ​ເຜີຍ​ຂໍ້​ມູນ​ຂອງ​ທ່ານ​ໃນ​ບ່ອນ​ທີ່​ເຫັນ​ໄດ້​ວ່າ​ມີ​ຄວາມ​ຈຳ​ເປັນ​ຕາມ​ເຫັນ​ສົມ​ຄວນ​ເຊັ່ນ: ເພື່ອ​ບັງ​ຄັບ​ໃຊ້​ຂໍ້​ກຳ​ນົດ ແລະ ເງື່ອນ​ໄຂ​ຂອງ​ຕົນ​ເອງ ແລະ ເພື່ອ​ປົກ​ປ້ອງ​ລູກ​ຄ້າ​ຂອງ​ຕົນ​ເອງ.

4. ວິ​ທີ​ເຂົ້າ​ຫາ ຫຼື ດັດ​ແປງ​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ທ່ານ

ພາຍ​ໃຕ້​ຂໍ້​ກຳ​ນົດ ແລະ ເງື່ອນ​ໄຂ​ຂອງ Huawei, ທ່ານ​ສາ​ມາດ​ຈັດ​ການ​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ທ່ານ​ໃນ​ເວ​ລາ​ໃດ​ກໍ່ໄດ້​ເຊັ່ນ: ຂໍ້​ມູນ​ບັນ​ຊີ​ຂອງ​ທ່ານ. ທ່ານ​ຕ້ອງ​ຮັບ​ປະ​ກັນ​ວ່າ ທຸກ​ຂໍ້​ມູນ​ສ່ວນ​ຕົວ​ທີ່​ສົ່ງ​ໄປ​ນັ້ນ​ມີ​ຄວາມ​ຖືກ​ຕ້ອງ. Huawei ຈະ​ໃຊ້​ຄວາມ​ພະ​ຍາ​ຍາມ​ທີ່​ສົມ​ເຫດ​ສົມ​ຜົນ ເພື່ອ​ຮັກ​ສາ​ຂໍ້​ມູນສ່ວນ​ຕົວ​ຂອງ​ທ່ານ​ໃຫ້​ມີ​ຄວາມ​ຖືກ​ຕ້ອງ, ຄົບ​ຖ້ວນ, ແລະ ມີ​ການ​ອັບ​ເດດ.

ທ່ານ​ມີ​ສິດ​ເຂົ້າ​ເບິ່ງ​ຂໍ້​ມູນ​ສ່ວ​ນ​ຕົວ​ຂອງ​ທ່ານ​ໄດ້, ໂດຍ​ມີ​ເງື່ອນ​ໄຂ​ຕາມ​ການ​ຍົກ​ເວັ້ນ​ທາງ​ກົດ​ໝາຍບາງ​ອັນ. ໃນ​ບ່ອນ​ທີ່​ກົດ​ໝາຍ​ວ່າ​ດ້ວຍ​ຄວາມ​ເປັນ​ສ່ວນ​ຕົວ ແລະ ຂໍ້​ມູນ​ມີ​ຄວາມ​ແຕກ​ຕ່າງ​ຢູ່​ໃນ​ບາງ​ອຳ​ນາດ​ສານ, ພວກ​ເຮົາ​ຈະ​ປະ​ຕິ​ບັດ​ຕາມ​ພວກ​ມັນ​ນັ້ນ. ຖ້າ​ທ່ານ​ຢາກ​ຈະ​ນຳ​ໃຊ້​ສິດ​ຂອງ​ທ່ານ ເພື່ອ​ເຂົ້າ​ຫາ​ຂໍ້​ມູນ, ກະ​ລຸ​ນາ​ແຈ້ງ​ໃຫ້​ພວກ​ເຮົາ​ຮູ້​ໂດຍ​ທາງ​ອີ​ເມວ​ໄດ້​ທີ່ consumer_privacy@huawei.com. ເພື່ອ​ເຫດ​ຜົນ​ທາງ​ດ້ານ​ຄວາມ​ປອດ​ໄພ, ທ່ານ​ອາດ​ຈະ​ຕ້ອງ​ໄດ້​ເຮັດ​ການ​ສະ​ເໜີ​ຂອງ​ທ່ານ​ເປັນ​ລາຍ​ລັກ​ອັກ​ສອນ.

ທ່ານ​ຍັງ​ອາດ​ຈະ​ມີ​ສິດລຶບ ຫຼື ດັດ​ແປງ​ຂໍ້​ມູນ​ສ່ວນ​ຕົວ​ໃດ​ໜຶ່ງ​ກ່ຽວ​ກັບ​ທ່ານ​ທີ່​ພວກ​ເຮົາ​ເກັບ​ໄວ້​ໄດ້. Huawei ຈະ​ລຶບ ຫຼື ດັດ​ແປງ​ຂໍ້​ມູນ​ດັ່ງ​ກ່າວ​ຕາມ​ຄຳ​ຂໍ​ຂອງ​ທ່ານ. ເພື່ອ​ເຮັດ​ຄຳ​ຂໍດັ່ງ​ກ່າວ, ທ່ານ​ສາ​ມາດ​ຕິດ​ຕໍ່​ພວກ​ເຮົາ​ໄດ້​ໂດຍ​ທາງ​ອີ​ເມວ​ທີ່ consumer_privacy@huawei.com. ພວກ​ເຮົາ​ອາດ​ຈະ​ປະ​ຕິ​ເສດທີ່​ຈະ​ດຳ​ເນີນ​ການ​ຄຳ​ຂໍ​ຂອງ​ທ່ານ​ກໍ່​ໄດ້ ຖ້າ​ພວກ​ເຮົາ​ມີ​ພື້ນ​ຖານທີ່​ມີ​ເຫດ​ຜົນ​ພຽງ​ພໍ​ທີ່​ເຊື່ອ​ວ່າ ຄຳ​ຂໍ​ນັ້ນ​ເຮັດ​ຂຶ້ນມາ​ດ້ວຍ​ຄວາມ​ບໍ່​ຈິງ​ໃຈ, ບໍ່​ສາ​ມາດ​ປະ​ຕິ​ບັດ​ໄດ້, ຫຼື ຖ້າ​ບໍ່​ຈຳ​ເປັນ​ຕ້ອງ​ມີ​ການ​ເຂົ້າ​ຫາ​ຕາມ​ກົດ​ໝາຍ​ທ້ອງ​ຖິ່ນ.

5. Huawei ປົກປ້ອງຂໍ້ມູນສ່ວນຕົວຂອງທ່ານແນວໃດ

Huawei ເອົາ​ໃຈ​ໃສ່​ເລື່ອງ​ຄວາມ​ປອດ​ໄພ​ຂໍ້​ມູນສ່ວນຕົວຢ່າງ​ຈິງ​ຈັງ ພວກ​ເຮົາ​ປະ​ຕິ​ບັດ​ຕາມ​ຫຼັກ​ປະ​ຕິ​ບັດ​ທາງ​ດ້ານ​ມາດ​ຕະ​ຖານ​ອຸດ​ສາ​ຫະ​ກຳ ເພື່ອ​ຄຸ້ມ​ກັນ​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ທ່ານ​ບໍ່ໃຫ້​ມີ​ການ​ເຂົ້າ​ຫາ, ເປີດ​ເຜີຍ, ໃຊ້, ດັດ​ແປງ, ເຮັດ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ, ຫຼື ເຮັດ​ໃຫ້​ເສຍ​ໄປ​ໂດຍ​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ. ພວກ​ເຮົາ​ໃຊ້​ທຸກ​ຂັ້ນ​ຕອນ​ທີ່​ສາ​ມາດ​ປະ​ຕິ​ບັດ​ໄດ້​ຕາມ​ເຫດ​ຜົນ​ອັນ​ສົມ​ຄວນ ເພື່ອ​ປົກ​ປ້ອງ​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ທ່ານ. ຕົວ​ຢ່າງ, ພວກ​ເຮົາ​ໃຊ້​ການ​ໃສ່​ລະ​ຫັດ ເພື່ອ​ຮັບ​ປະ​ກັນ​ຄວາມ​ລັບ​ຂອງ​ຂໍ້​ມູນ; ພວກ​ເຮົາ​ໃຊ້​ກົນ​ໄກ​ການ​ປົກ​ປ້ອງ​ທີ່​ເຊື່ອ​ຖື​ໄດ້ ເພື່ອ​ປົກ​ປ້ອງ​ຂໍ້​ມູນ​ຈາກ​ການ​ໂຈມ​ຕີ​ປອງ​ຮ້າຍ; ພວກ​ເຮົາ​ກະ​ຈາຍ​ກົນ​ໄກ​ການ​ຄວບ​ຄຸມ​ການ​ເຂົ້າ​ເບິ່ງ ເພື່ອ​ຮັບ​ປະ​ກັນ​ໃຫ້​ແຕ່​ບຸກ​ຄົນ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ເທົ່ານັ້ນ​ທີ່​ສາ​ມາດ​ເຂົ້າ​ຫາ​ຂໍ້​ມູນ​ສ່ວນ​ຕົວ; ແລະ ພວກ​ເຮົາ​ສ້າງ​ຈິດ​ສຳ​ນຶກ​ໃຫ້​ແກ່​ບັນ​ດາ​ພະ​ນັກ​ງານ​ກ່ຽວ​ກັບ​ຄວາມ​ສຳ​ຄັນ​ຂອງ​ການ​ປົກ​ປ້ອງ​ຂໍ້​ມູນ​ສ່ວນ​ຕົວ​ຜ່ານ​ການ​ດຳ​ເນີນ​ການ​ຝຶກ​ອົບ​ຮົມ​ການ​ປົກ​ປ້ອງ​ຄວາມ​ເປັນ​ສ່ວນ​ຕົວ ແລະ ຄວາມ​ປອດ​ໄພ.

ພວກ​ເຮົາ​ໃຊ້​ທຸກ​ຂັ້ນ​ຕອນ​ທີ່​ສາ​ມາດ​ປະ​ຕິ​ບັດ​ໄດ້ ເພື່ອ​ເກັບ​ເອົາຂໍ້​ມູນ​ສ່ວນ​ຕົວ​ທີ່​ກ່ຽວ​ຂ້ອງ​ເທົ່າ​ນັ້ນ. ພວກ​ເຮົາ​ເກັບ​ຮັກ​ສາ​ຂໍ້​​ມູນ​ສ່ວນ​ຕົວ​ຂອງ​ທ່ານ​ໄວ້​ເປັນ​ເວ​ລາ​ທີ່​ເ​ທົ່າ​ນັ້ນ ເພື່ອ​ໃຫ້​ບັນ​ລຸ​ຕາມ​ຈຸດ​ປະ​ສົງ​ທີ່​ໄດ້​ກ່າວ​ໄວ້​ໃນ​ນະ​ໂຍ​ບາຍ​ນີ້, ນອກ​ຈາກວ່າ​ມີ​ຄວາມ​ຈຳ​ເປັນ​ຕ້ອງ​ໄດ້​ເກັບ​ໄວ້​ເປັນ​ໄລ​ຍະ​ເວ​ລາ​ດົນ​ກວ່າ ຫຼື ກົດ​ໝາຍ​ອະ​ນຸ​ຍາດ​ໃຫ້​ເກັບ​ໄວ້. ໃນ​ຂະ​ນະ​ທີ່ພວກ​ເຮົາ​ໃຊ້​ການ​ດູ​ແລ​ສູງ​ສຸດ​ເພື່ອ​ປົກ​ປ້ອງ​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ທ່ານ, ກະ​ລຸ​ນາ​ຈື່​ໄວ້​ວ່າ ບໍ່​ມີ​ມາດ​ຕະ​ການ​ຄວາມ​ປອດ​ໄພ​ໃດ​ທີ່​ຈະ​ເຊື່ອ​ຖື​ໄດ້​ທັງ​ໝົດ.

6. Huawei ຈັດການຂໍ້ມູນສ່ວນຕົວຂອງເດັກ​ນ້ອຍແນວໃດ

ຜະ​ລິ​ດ​ຕະ​ພັນ, ເວັບ​ໄຊ​ທ໌, ແລະ ການ​ບໍ​ລິ​ການ​ຂອງ​ພວກ​ເຮົາ​ແມ່ນ​ຕົ້ນ​ຕໍ​ເນັ້ນ​ໃສ່ຜູ້​ໃຫຍ່​ນຳ​ໃຊ້. ບໍ່​ອະ​ນຸ​ຍາດ​ໃຫ້​ເດັກ​ນ້ອຍ​ສ້າງ​ບັນ​ຊີ​ຂອງ​ເຂົາ​ເຈົ້າ ໂດຍ​ບໍ່​ມີ​ຄຳ​ຍິນຍອມ​ຂອງ​ພໍ່​ແມ່ ຫຼື ຜູ້​ປົກ​ຄອງ. ໃນ​ບ່ອນ​ທີ່​ໄດ້​ມີ​ການ​ເກັບ​ເອົາ​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ເດັກ​ໂດຍ​ມີ​ຄຳ​ຍິນຍອມ​ຂອງ​ພໍ່​ແມ່, ພວກ​ເຮົາ​ຈະ​ໃຊ້ ຫຼື ເປີດ​ເຜີຍ​ຂໍ້​ມູນ​ນີ້​ພຽງ​ແຕ່​ຖ້າ​ກົດ​ໝາຍ​ອະ​ນຸ​ຍາດ, ຖ້າພໍ່​ແມ່ ຫຼື ຜູ້​ປົກ​ຄອງ​ໃຫ້​ການ​ອະ​ນຸ​ຍາດ​ຈະ​ແຈ້ງ, ຫຼື ຖ້າ​ມີ​ຄວາມ​ຈຳ​ເປັນ ເພື່ອ​ປົກ​ປ້ອງ​ເດັກ​ນ້ອຍ​ເທົ່າ​ນັ້ນ. ເຖິງ​ແມ່ນ​ວ່າ ຄຳ​ນິ​ຍາມ​ຂອງ​ຄຳ​ວ່າ​ເດັກ​ອາດ​ຈະ​ມີ​ຄວາມ​ແຕກ​ຕ່າງ​ໄປ​ຕາມ​ກົດ​ໝາຍ​ທ້ອງ​ຖິ່ນ ແລະ ປະ​ເພ​ນີ, ພວກ​ເຮົາ​ພິ​ຈາ​ລະ​ນາ​ວ່າ ບຸກ​ຄົນ​ໃດ​ກໍ່​ຕາມ​ທີ່​ມີ​ອາ​ຍຸ​ຕ່ຳ​ກວ່າ 13 ປີ ແມ່ນ​ຖື​ວ່າ​ເປັນ​ເດັກ​ນ້ອຍ.

ຖ້າ Huawei ຮູ້​ວ່າ ຕົນ​ເອງ​ໄດ້​ເກັບ​ເອົາ​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ເດັກ​ໂດຍ​ບໍ່​ໄດ້​ຮັບຄຳ​ຍິນຍອມ​​ຂອງ​ພໍ່​ແມ່ມາ​ກ່ອນທີ່​ສາ​ມາດກວດ​ສອບ​ໄດ້, ມັນ​ຈະ​ໃຊ້​ຂັ້ນ​ຕອນ​ຕ່າງໆ ເພື່ອ​ລຶບ​ູ້ນ​ພາຍ​ໃນ​ເວ​ລາ​ໄວ​ທີ່​ສຸດ​ທີ່​ເປັນ​ໄປ​ໄດ້.

7. ຜູ້​ໃຫ້​ບໍ​ລິ​ການ​ບຸກ​ຄົນ​ທີ​ສາມ​ ແລະ ການ​ບໍ​ລິ​ການ​ຂອງ​ເຂົາ​ເຈົ້າ

ເພື່ອ​ຮັບ​ປະ​ກັນ​ໃຫ້​ປະ​ສົບ​ການ​ທ່ອງ​ເວັບ​ເປັນ​ໄປ​ດ້ວຍ​ດີ, ທ່ານ​ອາດ​ຈະ​ໄດ້​ຮັບ​ເນື້ອ​ໃນ ຫຼື ລິ້ງ​ຂອງ​ເວັບ​ຈາກ​ບຸກ​ຄົນ​ທີ​ສາມ​ທາງນອກ​ທີ່ຮັບ​ໃຊ້ Huawei ແລະ ຫຸ້ນ​ສ່ວນ​ຂອງ​ພວກ​ເຮົາ ("ບຸກ​ຄົນ​ທີ​ສາມ"). Huawei ​ບໍ່​ມີ​ການ​ຄວບ​ຄຸມ​ຕໍ່​ກັບບຸກ​ຄົນ​ທີ​ສາມ​ດັ່ງ​ກ່າວ. ທ່ານ​ສາ​ມາດ​ເລືອກວ່າ​ຈະ​ເຂົ້າ​ຫາ​ລິ້ງ, ເນື້ອ​ໃນ, ຜະ​ລິດ​ຕະ​ພັນ ແລະ ການ​ບໍ​ລິ​ການ​ທີ່​ບຸກ​ຄົນ​ທີ​ສາມ​ສະ​ເໜີ​ໃຫ້​ນັ້ນ​ຫຼື​ບໍ່​ກໍ່​ໄດ້.

Huawei ບໍ່​ມີ​ການ​ຄວບ​ຄຸມ​ຕໍ່​ນະ​ໂຍ​ບາຍ​ປົກ​ປ້ອງ​ຂໍ້​ມູນ ແລະ ຄວາມ​ເປັນ​ສ່ວນ​ຕົວ​ຂອງ​ບຸກ​ຄົນ​ທີ​ສາມ, ເຊິ່ງ​ບໍ່​ຢູ່​ພາຍ​ໃຕ້​ການ​ຄຸ້ມ​ຄອງ​ຂອງ​ນະ​ໂຍ​ບາຍ​ນີ້. ກ່ອນ​ສົ່ງ​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ທ່ານ​ໄປ​ໃຫ້​ກັບ​ບຸກ​ຄົນ​ທີ​ສາມ, ກະ​ລຸ​ນາ​ເບິ່ງ​ນະ​ໂຍ​ບາຍ​ການ​ປົກ​ປ້ອງ​ຄວາມເປັນ​ສ່ວນ​ຕົວ​ແຕ່​ລະ​ອັນ​ຂອງ​ເຂົາ​ເຈົ້າ.

8. ຂໍ້​ມູນ​ສ່ວນ​ຕົວ​ຂອງ​ທ່ານ​ຖືກ​ໂອນ​ໄປ​ຕ່າງ​ປະ​ເທດ​ແນວ​ໃດ

ຜະ​ລິດ​ຕະ​ພັນ ແລະ ການ​ບໍ​ລິ​ການ​ຂອງ Huawei ແມ່ນ​ໄດ້​ສົ່ງ​ຜ່ານ​ສື່ ແລະ ເຊີ​ເວີ​ຕ່າງໆ​ທີ່​ຕັ້ງ​ຢູ່​ທົ່ວ​ໂລກ. ອັນ​ນີ້​ໝາຍ​ຄວາມ​ວ່າ ຂໍ້​ມູນ​ສ່ວນ​ຕົວ​ຂອງ​ທ່ານ​ອາດ​ຈະ​ຖືກ​ໂອນ​ໄປ ຫຼື ເຂົ້າ​ຫາ​ໄດ້​ຈາກ​ຂົງ​ເຂດອຳ​ນາດ​ສານ​ອື່ນ ເຊິ່ງ​ຢູ່ນອກ​ປະ​ເທດ​ບ່ອນ​​ທີ່​ທ່ານ​ໃຊ້​ຜະ​ລິດ​ຕະ​ພັນ ແລະ ການ​ບໍ​ລິ​ການ​ຂອງ​ພວກ​ເຮົາ. ຂົງ​ເຂດ​ອຳ​ນາດ​ສານ​ເຫຼົ່າ​ນີ້​ອາດ​ຈະ​ມີ​ກົດ​ໝາຍ​ປົກ​ປ້ອງ​ຂໍ້​ມູນ​ທີ່​ແຕກ​ຕ່າງ, ຫຼື ອາດ​ຈະ​ບໍ່​ກົດ​ໝາຍ​ດັ່ງ​ກ່າວ​ຢູ່​ແລ້ວກໍ່​ໄດ້. ຢູ່​ໃນ​ບັນ​ດາ​ກໍ​ລະ​ນີ​ດັ່ງ​ກ່າວ, Huawei ຈະ​ຮັບ​ປະ​ກັນ​ໃຫ້​ມີ​ການ​ປົກ​ປ້ອງ​ລະ​ດັບ​ທີ່​ພຽງ​ພໍ ແລະ ຄ້າຍ​ຄື​ກັນ​ນັ້ນ​ໄດ້​ຮັບ​ການ​ຈັດ​ຫາ​ໃຫ້​ກັບ​ຂໍ້​ມູນ​ຂອງ​ທ່ານ​ຕາມ​ທີ່​ລະ​ບຽບ​ກົດ​ໝາຍ​ກຳ​ນົດ​ໄວ້. ຕົວ​ຢ່າງ, Huawei ອາດ​ຈະ​ຂໍ​ຄຳ​ຍິນຍອມຂອງ​ທ່ານ ເພື່ອ​ໂອນ​ຂໍ້​ມູນ​ສ່ວນ​ຕົວ​ຂ້າມ​ແດນ, ຫຼື ດຳ​ເນີນ​ມາດ​ຕະ​ການ​ຄວາມ​ປອດ​ໄພ​ເຊັ່ນ ການ​ເຮັດ​ໃຫ້​ຂໍ້​ມູນ​ນິ​ລິ​ນາມ​ກ່ອນ​ຈະ​ໂອນ​ຂໍ້​ມູນ​ຂ້າມ​ແດນ.

9. ນະ​ໂຍ​ບາຍ​​ນີ້​ໄດ້​ຮັບ​ການ​ອັບ​ເດດ​ແນວ​ໃດ

Huawei ສະ​ງວນ​ສິດ​ຂອງ​ຕົນ​ເອງ​ທີ່​ຈະປັບ​ປຸງ ແລະ ​ແກ້​ໄຂ​ນະ​ໂຍ​ບາຍ​ນີ້​ຄັ້ງ​ແລ້ວ​ຄັ້ງ​ອີກ. Huawei ຈະແຈ້ງ​ໃຫ້​ທ່ານ​ຮູ້​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຕ່າງໆ​ຜ່ານ​ຊ່ອງ​​ທາງ​ຕ່າງໆ. ໃນ​ບ່ອນ​ທີ່​ໄດ້​ມີ​ການ​ປ່ຽນ​ແປງ​ຕໍ່​ນະ​ໂຍ​ບາຍ​ຂອງ​ພວກ​ເຮົາ, ພວກ​ເຮົາ​ຈະ​ໂພ​ສ​ທ໌​ນະ​ໂຍ​ບາຍ​ວ່າ​ດ້ວຍ​ຄວາມ​ສ່ວນ​ຕົວ​ທີ່​ປັບ​ປຸງ​ແລ້ວນັ້ນ​ລົງ​ໃນ​ເວັບ​ໄຊ​ທ໌​ຂອງ​ພວກ​ເຮົາ​ທີ່ (http://consumer.huawei.com). ພວກ​ເຮົາ​ຍັງ​ອາດ​ຈະ​ອອກ​ແຈ້ງ​ການ​ແຍກ​ຕ່າງ​ຫາກ​ໃຫ້​ແກ່​ທ່ານ (ຕົວ​ຢ່າງ ການ​ແຈ້ງ​ທາງ​ອີ​ເລັກ​ໂທ​ຣນິກ) ແຈ້ງ​ໃຫ້​ທ່ານ​ຊາບ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ໃດ​ໜຶ່ງ​ໃນ​ນະ​ໂຍ​ບາຍ​ວ່າ​ດ້ວຍ​ຄວາມ​ເປັນ​ສ່ວນ​ຕົວ​ຂອງ​ພວກ​ເຮົາ.

10. ຜູ້​ໃຊ້​ຕ່າງ​ປະ​ເທດ

ກະ​ລຸ​ນາ​ຈື່​ໄວ້​ວ່າ ຂໍ້​ມູນ​ສ່ວນ​ຕົວ​ຢູ່​ພາຍ​ໃນ​ຂອບ​ເຂດ​ຂອງການ​ບໍ​ລິ​ການ​ຄ​ລາວ​ລູກ​ຄ້າ Huawei ກ່ຽວ​ກັບ​ບຸກ​ຄົນ​ຜູ້​ທີ່​ດຳ​ລົງ​ຊີ​ວິດ​ຢູ່​ໃນ​ປະ​ເທດ​ສະ​ມາ​ຊິກ​ຂອງ​ຂົງ​ເຂດເສດ​ຖະ​ກິດ​ເອີ​ຣົບ (EEA) ຫຼື ສະ​ວິດ​ເຊີ​ແລນ, ອາ​ລ​ບາ​ນີ, ແອນ​ດໍ​ຣາ, ບອ​ສ​ເນຍ, ເກາະ​ຟາ​ໂຣ, ຈິ​ລ​ບຣາ​ລ​ຕາ, ມາ​ເຊ​ໂດ​ເນຍ, ມອນ​ໂດ​ວາ, ມໍ​ນາ​ໂຄ, ມອນ​ເຕ​ເນ​ໂກ, ຊານ​ມາ​ຣິ​ໂອ, ເຊີ​ເບຍ, ວາ​ຕິ​ກັງ, ຍີ​ປຸ່ນ, ເກົາ​ຫຼີ, ສະ​ຫະ​ລັດ​ອາ​ເມ​ຣິ​ກາ, ກາ​ນາ​ດາແມ່ນ​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ບໍ​ລິ​ສັດ Huawei Technologies Deutschland, GmbH. ເຖິງ​ແນວ​ໃດ​ກໍ່​ຕາມ, ຮ້ານ​ຄ້າ Huawei ອອນ​ລາຍຢູ່​ທີ່ www.hihonor.com/us ແມ່ນ​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງບໍ​ລິ​ສັດ Huawei Device USA, Inc.

11. ຈະ​ຕິດ​ຕໍ່​​ຫາ Huawei ໄດ້​ແນວ​ໃດ

ຖ້າ​ທ່ານ​ມີ​ຄຳ​ຖາມ, ຄຳ​ເຫັນ, ຫຼື​ ຄຳ​ແນະ​ນຳ, ກະ​ລຸ​ນາຕິດ​ຕໍ່​ພວກ​ເຮົາ​ໂດຍ​ທາງ​ອີ​ເມວ​ທີ່ consumer_privacy@huawei.com ຫຼື ສົ່ງ​ມັນ​ມາ​ໃຫ້​ຫ້ອງ​ການ​ປະ​ຈຳ​ສະ​ໜາມ​ທົ່ວ​ໂລກ​ບ່ອນ​ໃດ​ໜຶ່ງ​ຂອງ​ພວກ​ເຮົາ​ໄດ້. ສຳ​ລັບ​ລາຍ​ຊື່​ທີ່​ຕັ້ງ​ຫ້ອງ​ການ​ຂອງ​ພວກ​ເຮົາ​ຄົບ​ຖ້ວນນັ້ນ, ກະ​ລຸ​ນາ​ເຂົ້າ​ເບິ່ງ

http://www.huawei.com/en/contact-us

ແຈ້ງ​ການ​ສຳ​ຄັນ: ນະ​ໂຍ​ບາຍ​ວ່າ​ດ້ວຍ​ຄວາມ​ເປັນ​ສ່ວນ​ຕົວ​ຂອງ Huawei ສະ​ບັບ​ພາ​ສາ​ທ້ອງ​ຖິ່ນ​ອາດ​ຈະ​ແຕກ​ຕ່າງ​ກັນ​ໄປ​ຈາກ​​ສະ​ບັບນີ້ ເນື່ອງ​ຈາກ​ກົດ​ໝາຍ​ຂອງ​ທ້ອງ​ຖິ່ນ ແລະ ຄວາມ​ແຕກ​ຕ່າງ​ຂອງ​ພາ​ສາ. ໃນ​ບ່ອນ​ທີ່​ເກີດ​ມີ​ຄວາມ​ແຕກ​ຕ່າງນັ້ນ, ສະ​ບັບ​ພາ​ສາ​ທ້ອງ​ຖິ່ນ​ຈະ​ມີ​ນ້ຳ​ໜັກ​ເໜືອ​ກວ່າ.

ອັບເດດຫຼ້າສຸດ: ກັນຍາ 2016

ລິ​ຂະ​ສິດ © Huawei Device Co., Ltd. 2016. ສະຫງວນລິຂະສິດ.