1. ກ່ຽວກັບພວກເຮົາ
HiSuite ແລະ ເຕັກໂນໂລຊີ ແລະ ຟັງຊັນທີ່ກ່ຽວຂ້ອງຂອງມັນ (ເອີ້ນລວມກັນວ່າ: "ການບໍລິການ") ທີ່ຖືກດຳເນີນການໂດຍ Huawei Device Co., Ltd., ບໍລິສັດທີ່ດຳເນີນທຸລະກິດພາຍໃຕ້ກົດໝາຍຂອງສາທາລະນະລັດ ປະຊາຊົນຈີນ, ທີ່ມີຫ້ອງການທີ່ລົງທະບຽນຢູ່ທີ່ No. 2 Xincheng Road, Songshan Lake District, Dongguan, Guangdong Province, China (ເຊິ່ງຕໍ່ໄປນີ້ເອີ້ນວ່າ: "Huawei", "ພວກເຮົາ", "ເຮົາ", ຫຼື "ຂອງພວກເຮົາ"). ໃນຂໍ້ຕົກລົງສະບັບນີ້ (ຕາມທີ່ໄດ້ກຳນົດໄວ້ຂ້າງລຸ່ມ), “ທ່ານ” ແລະ “ຜູ້ໃຊ້” ໝາຍເຖິງບຸກຄົນໃດໆກໍຕາມທີ່ໃຊ້ ແລະ/ຫຼື ເຂົ້າເຖິງການບໍລິການ.
2. ຈຸດປະສົງຂອງຂໍ້ຕົກລົງ
ຂໍ້​ຕົກ​ລົງ​ຜູ້​ໃຊ້ສະບັບນີ້, ແຈ້ງການກ່ຽວກັບຄວາມເປັນສ່ວນຕົວ ແລະ ຄຳຖະແຫຼງ (ເຊິ່ງທ່ານສາມາດເບິ່ງໄດ້ໂດຍໄປທີ່ HiSuite > ກ່ຽວກັບ ໃນໂທລະສັບຂອງທ່ານ) ແລະ ນະໂຍບາຍ ແລະ ຂໍ້ມູນອື່ນໆທີ່ເຜີຍແຜ່ ຫຼື ເຮັດໃຫ້ມີຢູ່ຜ່ານການບໍລິການ (ລວມກັນເອີ້ນວ່າ, “ຂໍ້ຕົກລົງ”) ເປັນຂໍ້ກຳນົດ ແລະເງື່ອນໄຂທີ່ບັງຄັບໃຊ້ກັບທ່ານກ່ຽວກັບການໃຊ້ ແລະ ການເຂົ້າເຖິງການບໍລິການຂອງທ່ານ. ຂໍ້ຕົກລົງຈະບອກທ່ານວ່າພວກເຮົາແມ່ນໃຜ, ພວກເຮົາຈະໃຫ້ບໍລິການແກ່ທ່ານແນວໃດ, ກິດຈະກຳໃດທີ່ໄດ້​ຮັບອະນຸຍາດ ຫຼື ບໍ່ໄດ້ຮັບອະນຸຍາດໃນ ຫຼື ​ທີ່ກ່ຽວກັບການບໍລິການ, ສິ່ງທີ່​ຄວນເຮັດຖ້າມີບັນຫາໃນການບໍລິການ ແລະ ຂໍ້ມູນທີ່ສຳຄັນອື່ນໆ. ກະລຸນາອ່ານຂໍ້ຕົກລົງສະບັບນີ້ຢ່າງລະ​ອຽດ. ໂດຍການໃຊ້ການບໍລິການນີ້, ທ່ານກຳລັງ​ເຂົ້າຮ່ວມ​ໃນຂໍ້ຕົກລົງທາງກົດໝາຍທີ່​ມີ​ຜົນ​ຜູກ​ມັດກັບພວກເຮົາ. ຖ້າທ່ານບໍ່ຍອມຮັບຂໍ້ຕົກລົງ, ທ່ານຈະຕ້ອງບໍ່ໃຊ້ການບໍລິການ.
3. ການ​ມີ​ສິດ​ໄດ້​ຮັບ
ທ່ານຈະຕ້ອງມີອາຍຸ 18 ປີຂຶ້ນໄປ ຫຼື ເຖິງອາຍຸທີ່ເປັນໄວຜູ້ໃຫຍ່ສຳລັບເຂດອຳນາດຕາມກົດໝາຍທີ່ທ່ານອາໄສຢູ່ ເພື່ອເຂົ້າເຖິງ ແລະ ໃຊ້ການບໍລິການໃດໜຶ່ງ. ຖ້າທ່ານມີອາຍຸຕ່ຳກວ່າ 18 ປີ ຫຼື ອາ​ຍຸ​ເປັນ​ຜູ້​ໃຫຍ່​, ພໍ່ແມ່ ຫຼື ຜູ້​ປົກ​ຄອງ​ຕາມ​ກົດ​ໝາຍຂອງທ່ານຈະຕ້ອງເຫັນດີນຳຂໍ້ກຳນົດຂອງຂໍ້ຕົກລົງໃນນາມຕ່າງ​ໜ້າ​ໃຫ້ທ່ານເພື່ອໃຫ້ທ່ານ​ສາ​ມາດໃຊ້ບໍລິການໄດ້.
4. ການເຂົ້າເຖິງການບໍລິການ
ພວກເຮົາໃຫ້ການອະນຸຍາດແກ່ທ່ານແບບມີຂີດຈຳກັດ, ບໍ່ສະເພາະ, ບໍ່ສາມາດໂອນໄດ້, ບໍ່ສາມາດ​ໃຫ້ການອະນຸຍາດຕໍ່ ແລະ ສາມາດລົບລ້າງ​ໄດ້ ​ເພື່ອເຂົ້າເຖິງ ແລະ ໃຊ້ການບໍລິການ, ໂດຍຂຶ້ນກັບ ແລະ ປະຕິບັດຕາມຂໍ້ຕົກລົງສະບັບນີ້.
5 ການບໍລິການ
ສຳລັບຄອມພິວເຕີ Windoows, ການບໍລິການສະໜອງສິ່ງຕໍ່ໄປນີ້:
(1) ອຸປະກອນຂອງຂ້ອຍ: ເຮັດໃຫ້ທ່ານສາມາດນຳເຂົ້າ, ສົ່ງອອກ, ລຶບ ແລະ ຣີເຟຣຊລາຍຊື່, SMS, ຮູບ, ວິດີໂອ ແລະ ໄຟລ໌ໃນໂທລະສັບຂອງທ່ານ, ອັບເດດ ແລະ ຕິດຕັ້ງແອັບ ແລະ ຊິງຄ໌ລາຍຊື່ ແລະ ເຫດການຈາກ Outlook.
(2) ການສຳຮອງຂໍ້ມູນ: ເຮັດໃຫ້ທ່ານສາມາດສຳຮອງຂໍ້ມູນລາຍຊື່, SMS, ບັນທຶກການໂທ, ບັນທຶກ, ການບັນທຶກ, ເຫດການ, ເພງ, ວິດີໂອ, ເອກະສານ, ແອັບ ແລະ ລະບົບ, ອຸປະກອນລະບົບ ແລະ ຫ້ອງເກັບລະຫັດຜ່ານຂອງທ່ານ.
(3) ການກູ້ຄືນຂໍ້ມູນ: ເຮັດໃຫ້ທ່ານສາມາດກູ້ຄືນການສຳຮອງຂໍ້ມູນທີ່ກ່າວມາກ່ອນໜ້ານີ້.
(4) ການອັບເດດລະບົບ: ເຮັດໃຫ້ທ່ານສາມາດດຳເນີນການອັບເດດຊອບແວ ແລະ ການກູ້ຄືນໃນໂທລະສັບຂອງທ່ານ. ເພື່ອຮັບປະກັນການຈັດຫາການບໍລິການ, ທ່ານຈຳເປັນຕ້ອງອັບເດດຊອບແວລະບົບໃຫ້ທັນເວລາ.
(5) ການສ້ອມແປງລະບົບ: ການສະໜອງຄຸນສົມບັດການສ້ອມແປງລະບົບແກ່ທ່ານ. ຖ້າທ່ານພົບບັນຫາລະບົບ, ຕົວຢ່າງ: ມັນບໍ່ສາມາດເປີດໄດ້, ທ່ານຈະໄດ້ຮັບການແນະນຳໃຫ້ໃຊ້ຄຸນສົມບັດນີ້ເພື່ອສ້ອມແປງລະບົບ.
ສຳລັບ Mac, ການບໍລິການສະໜອງສິ່ງຕໍ່ໄປນີ້:
(1) My Devices: ໃຫ້ທ່ານສາມາດນຳເຂົ້າ, ສົ່ງອອກ, ລຶບ, ຣີເຟຣຊລາຍຊື່, SMS, ຮູບ, ວິດີໂອ ແລະ ໄຟລ໌ໃນໂທລະສັບຂອງທ່ານ.
(2) ການສຳຮອງຂໍ້ມູນ: ໃຫ້ທ່ານສາມາດສຳຮອງຂໍ້ມູນລາຍຊື່,​SMS, ບັນທຶກການໂທ, ບັນທຶກ, ການບັນທຶກສຽງ, ເຫດການ, ດົນຕີ, ວິດີໂອ, ເອກະສານ, ແອັບ ແລະ ຂໍ້ມູນ, ອຸປະກອນລະບົບ ແລະ ຫ້ອງເກັບລະຫັດຜ່ານ.
(3) ການກູ້ຄືນຂໍ້ມູນ: ເຮັດໃຫ້ທ່ານສາມາດກູ້ຄືນການສຳຮອງຂໍ້ມູນທີ່ກ່າວມາກ່ອນໜ້ານີ້.
ການບໍລິການມີຈຸດປະສົງສຳລັບໂທລະສັບທີ່ເປີດໃຊ້ລະບົບປະຕິບັດການທີ່ເປັນທາງການເທົ່ານັ້ນ. Huawei ບໍ່ໃຫ້ການຮັບປະກັນຄຸນນະພາບການບໍລິການໃດໆແກ່ຜູ້ທີ່ໃຊ້ລະບົບປະຕິບັດການທີ່ບໍ່ເປັນທາງການ.
ເພື່ອຮັບປະກັນການມີການບໍລິການໃຫ້ແກ່ທ່ານ, ຂໍສົ່ງເສີມໃຫ້ທ່ານກວດເບິ່ງການບໍລິການເວີຊັນຫຼ້າສຸດຢ່າງເປັນປະຈຳ, ເຊິ່ງຂຶ້ນກັບການອັບເດດ ຫຼື ການອັບເກຣດຊອບແວ.
6. ຂໍ້ກຳນົດການນຳໃຊ້
ໂດຍການເຂົ້າເຖິງ ແລະ ການໃຊ້ການບໍລິການ, ທ່ານຍອມຮັບ ແລະ ເຫັນດີເຮັດເຊັ່ນນັ້ນ ໃນ​ແບບ​ທີ່ຖືກຕ້ອງຕາມກົດໝາຍ ແລະ ມີຈາລິຍະທຳ ແລະ ປະຕິບັດ​ຕາມຂໍ້ຕົກລົງສະບັບສະບັບນີ້. ໂດຍໜັງສືສະບັບນີ້ ທ່ານຮັບຮູ້ ແລະ ເຫັນດີວ່າ ທ່ານຈະບໍ່ໃຊ້ການບໍລິການໃນການສົ່ງຜ່ານຂໍ້ມູນ ຫຼື ມີສ່ວນຮ່ວມໃນກິດຈະກຳໃດໜຶ່ງທີ່ບໍ່ຊື່ສັດ, ເຮັດໃຫ້ເສຍຊື່ສຽງ, ລະເມີດ, ເປັນອັນຕະລາຍ, ຫຍາບຄາຍ, ເປັນຕາລັງກຽດ, ຂົ່ມເຫັງ, ລົບກວນ, ເປັນຕາໜ້າອາຍ, ເປັນຕາຊັງ, ຍົວະຍຸ, ຄຸກຄາມ, ໝິ່ນປະໝາດ, ລາມົກ, ບຸກລຸກຄວາມເປັນສ່ວນຕົວ ຫຼື ເປັນຕາເບື່ອໜ່າຍອື່ນໆທີ່ກ່ຽວຂ້ອງໃນເລື່ອງການໃຊ້ບໍລິການຂອງທ່ານ ລວມທັງ ແຕ່ບໍ່ຈຳກັດເຖິງທຸກສິ່ງຢ່າງທີ່ອຳນວຍຄວາມສະດວກແກ່ກິດຈະກຳທີ່ຜິດກົດໝາຍ, ການສະແດງຮູບພາບທີ່ມີເນື້ອໃນທາງເພດແບບຊັດແຈ້ງ, ການສົ່ງເສີມການໃຊ້ຄວາມ​ຮຸນແຮງ, ເລືອກປະຕິບັດ, ຜິດກົດໝາຍ ຫຼື ເຊິ່ງສາມາດ ຫຼື ເຮັດໃຫ້ເກີດຄວາມເສຍຫາຍ ຫຼື ການບາດເຈັບຕໍ່ບຸກຄົນ ຫຼື ຊັບສິນໃດໜຶ່ງ, ອາດຈະກໍ່ໃຫ້ເກີດຄວາມຮັບຜິດຊອບທາງແພ່ງ ຫຼື ທາງອາຍາຕາມກົດໝາຍບັງຄັບໃຊ້, ລວມທັງໂດຍບໍ່ຈຳກັດເນື້ອຫາໃດໜຶ່ງທີ່ທ່ານບໍ່ມີສິດໂພສທ໌ ຫຼື ສົ່ງຜ່ານ ຫຼື ໃນກໍລະນີທີ່ການໂພສທ໌ ຫຼື ການສົ່ງຜ່ານດັ່ງກ່າວເປັນການລະເມີດການປະຕິບັດໜ້າທີ່ການຮັກສາຄວາມລັບ ແລະ/ຫຼື ຊັບສິນທາງປັນຍາຂອງພາກສ່ວນທີສາມ.
ໂດຍເອກະສານບັບນີ້ ທ່ານເຫັນດີ ແລະ ສັນ​ຍາ​ທີ່​ຈະ:
(1) ຈະບໍ່ເອົາລິຂະສິດ, ເຄື່ອງໝາຍການຄ້າ ຫຼື ແຈ້ງການທີ່ເປັນກຳມະສິດອື່ນໆໃດໜຶ່ງອອກໄປຈາກສ່ວນໃດສ່ວນໜຶ່ງຂອງການບໍລິການໃນນາມຂອງຕົວທ່ານເອງ ຫຼື ຜູ້ອື່ນ.
(2) ຈະບໍ່ຜະລິດຊ້ຳ, ເຮັດການປັບປ່ຽນ ຫຼື ແກ້ໄຂ ເນື້ອໃນທັງໝົດ ຫຼື ບາງສ່ວນຂອງການບໍລິການ, ຫຼື ສ່ວນໃດສ່ວນໜຶ່ງຂອງພວກມັນທີ່ຈະນຳມາຮ່ວມກັນ ຫຼື ລວມເຂົ້າໄວ້ໃນໂປຣແກຣມອື່ນໆໃດໜຶ່ງ;
(3) ຈະບໍ່ຮັບເອົາ ຫຼື ພະຍາຍາມທີ່ຈະເຂົ້າເຖິງທີ່ບໍ່ໄດ້ຮັບອະນຸຍາດ ຫຼື ທຳລາຍສ່ວນໃດໜຶ່ງຂອງການບໍລິການ ຫຼື ລະບົບ ຫຼື ເຄືອຂ່າຍທີ່ກ່ຽວຂ້ອງຂອງພວກມັນ;
(4) ຈະບໍ່ຖອດ, ແປງລະຫັດ, ວິສະວະກຳຍ້ອນກັບ ຫຼື ສ້າງຜົນງານເຊິ່ງມີຮູບແບບຈາກທັງໝົດ ຫຼື ບາງສ່ວນຂອງການບໍລິການ ຫຼື ພະຍາຍາມທີ່ຈະດຳເນີນການໃດໜຶ່ງ ຍົກເວັ້ນແຕ່ໃນກໍລະນີທີ່ກົດໝາຍບັງຄັບໃຊ້ຫ້າມບໍ່ໃຫ້ບຸກຄົນນັ້ນກະທຳການດັ່ງກ່າວ;
(5) ຈະບໍ່ແຈກຢາຍ, ໃຫ້ອະນຸຍາດ, ໃຫ້ເຊົ່າ, ຂາຍ, ຂາຍຕໍ່, ໂອນ, ສະແດງຕໍ່ສາທາລະນະ, ເຜີຍແຜ່ຕໍ່ສາທາລະນະ, ສົ່ງຕໍ່, ຖ່າຍ​ທອດ, ອອກອາກາດ ຫຼື ໃຊ້ການບໍລິການໃຫ້ເກີດປະໂຫຍດອື່ນໆ;
(6) ຈະ​ບໍ່​ໃຫ້ ຫຼື ເຮັດ​ໃຫ້​ການ​ບໍ​ລິ​ການ​ທັງ​ໝົດ ຫຼື ບາງ​ສ່ວນ (ລວມ​ທັງ​ວັດ​ຖຸ ແລະ ລະ​ຫັດ​ແຫຼ່ງ​ທີ່​ມາ) ມີ​ໃຫ້​ໃນ​ຮູບ​ແບບ​ໃດ​ໜຶ່ງ​ແກ່​ບຸກ​ຄົນ​ໃດ​ໜຶ່ງ​ໂດຍ​ບໍ່​ຮັບ​ການ​ຍິນຍອມ​ທີ່​ເປັນ​ລາຍ​ລັກ​ອັກ​ສອນ​ຈາກ​ພວກ​ເຮົາ​ກ່ອນ;
(7) ຈະບໍ່ປອມຕົວເປັນບຸກຄົນໃດໜຶ່ງ ຫຼື ແອບແຝງ ຫຼື ບິດເບືອນຄວາມຈິງທີ່ກ່ຽວຂ້ອງຂອງທ່ານກັບບຸກຄົນ ຫຼື ນິຕິບຸກຄົນ;
(8) ຈະບໍ່ໃຊ້ການບໍລິການ (ຫຼື ສ່ວນໃດສ່ວນໜຶ່ງ) ໃນລັກສະນະທີ່ຜິດກົດໝາຍ, ສຳລັບຈຸດປະສົງໃດໜຶ່ງທີ່ຜິດກົດໝາຍ ຫຼື ໃນລັກສະນະທີ່ບໍ່ສອດຄ່ອງກັບຂໍ້ຕົກລົງ ຫຼື ການກະທຳແບບສໍ້ໂກງ ຫຼື ແບບມີເຈດຕະນາຮ້າຍ, ລວມເຖິງແຕ່ບໍ່ມີການຈຳກັດ, ໂດຍການແຮັກເຂົ້າໄປ ຫຼື ແຊກລະຫັດທີ່ເປັນອັນຕະລາຍ, ລວມເຖິງໄວຣັສ ຫຼື ຂໍ້ມູນທີ່ເປັນອັນຕະລາຍ ລົງໃນການບໍລິການ (ຫຼື ເຂົ້າໄປໃນເວັບໄຊທ໌ທີ່ເຊື່ອມໂຍງກັບການບໍລິການ) ຫຼື ລະບົບປະຕິບັດການໃດໜຶ່ງ;
(9) ຈະບໍ່ລະເມີດສິດທິໃນຊັບສິນທາງປັນຍາຂອງພວກເຮົາ ຫຼື ຂອງພາກສ່ວນທີສາມໃດໜຶ່ງກ່ຽວກັບການເຂົ້າເຖິງ ແລະ/ຫຼື ການໃຊ້ບໍລິການຂອງທ່ານ;
(10) ຈະບໍ່ເກັບເອົາຂໍ້ມູນຂອງຜູ້ໃຊ້ ຫຼື ເຂົ້າເຖິງການບໍລິການ ຫຼື ລະບົບຂອງພວກເຮົາ, ໂດຍໃຊ້ວິທີອັດຕະໂນມັດ ຫຼື ພະຍາຍາມທີ່ຈະຖອດລະຫັດການຮັບສົ່ງຂໍ້ມູນໄປທີ່ ຫຼື ຈາກເຊີບເວີທີ່ເປີດໃຊ້ການບໍລິການຢູ່;
(11) ຈະບໍ່ພັດທະນາ, ສະໜັບສະໜູນ ຫຼື ໃຊ້ຊອບແວ, ອຸປະກອນ, ສະຄຣິບ, ຫຸ່ນຍົນ ຫຼື ວິທີການ ຫຼື ຂະບວນການອື່ນໆໃດໜຶ່ງ (ລວມທັງໂປຣແກຣມລວບລວມຂໍ້ມູນ, ປລັກອິນ ແລະ ແອັດອອນຂອງໂປຣແກຣມທ່ອງເວັບ ຫຼື ເທັກໂນໂລຊີອື່ນໆໃດໜຶ່ງ ຫຼື ເທັກນິກດ້ວຍຕົນເອງ) ເພື່ອຂູດຂໍ້ມູນຈາກການບໍລິການ ຫຼືວ່າອັດສຳເນົາໂປຣໄຟລ໌ ແລະ ຂໍ້ມູນອື່ນໆຈາກການບໍລິການ;
(12) ຈະບໍ່ໃຊ້ປະໂຫຍດການບໍລິການໃນທາງການຄ້າ ໂດຍບໍ່ມີການຍິນຍອມເປັນລາຍລັກອັກສອນລ່ວງໜ້າຈາກພວກເຮົາ;
(13) ຈະບໍ່ໃຊ້ການບໍລິການເຮັດ​ການທຸລະກຳທາງທຸລະກິດໃດໜຶ່ງທີ່ຜິດກົດໝາຍ ເຊັ່ນ ການຄ້າຂາຍອາວຸດ, ຢາເສບຕິດ, ສານຕ້ອງຫ້າມ, ຊອບແວທີ່ລະເມີດລິຂະສິດ ຫຼື ສິ່ງຕ້ອງຫ້າມອື່ນໆ;
(14) ຈະບໍ່ໃຫ້ຂໍ້ມູນການພະນັນ ຫຼື ສົ່ງເສີມໃຫ້ຜູ້ອື່ນຫຼິ້ນການພະນັນຜ່ານວິທີການໃດໜຶ່ງ;
(15) ຈະບໍ່ຂໍຂໍ້ມູນການເຂົ້າສູ່ລະບົບ ຫຼື ເຂົ້າເຖິງບັນຊີທີ່ເປັນຂອງບຸກຄົນອື່ນ;
(16) ຈະບໍ່ພົວພັນໃນການຟອກເງິນ, ການເບີກເງິນລ່ວງໜ້າທີ່ຜິດກົດໝາຍ ຫຼື ໂຄງການຂາຍ​ແບບ​ຕ່ອງໂສ້;
(17) ຈະບໍ່ພະຍາຍາມ, ອຳນວຍຄວາມສະດວກ ຫຼື ສົ່ງເສີມໃຫ້ມີການລະເມີດໃດໜຶ່ງຕໍ່ຂໍ້ຕົກລົງ (ຫຼື ສ່ວນໃດສ່ວນໜຶ່ງຂອງມັນ); ແລະ
(18) ຈະບໍ່ໃຊ້ການບໍລິການໃນລັກສະນະໃດໜຶ່ງທີ່ອາດຈະເຮັດໃຫ້ເສຍຫາຍ, ປິດໃຊ້ງານ, ເຮັດໃຫ້ມີພາລະໜັກເກີນໄປ, ເຮັດໃຫ້ເສຍຫາຍ ຫຼື ເປັນອັນຕະລາຍຕໍ່ການບໍລິການ, ລະບົບ ຫຼື ຄວາມປອດໄພຂອງພວກເຮົາ ຫຼື ເຂົ້າໄປຫຍຸ້ງກ່ຽວກັບຜູ້ໃຊ້ງານອື່ນ ຫຼື ລະບົບຄອມພິວເຕີຂອງບຸກຄົນອື່ນ ຫຼື ແຮັກ ຫຼື ໄດ້ຮັບສິດເຂົ້າເຖິງການບໍລິການ ຫຼື ເນື້ອໃນ (ທີ່ກຳນົດໄວ້ລຸ່ມນີ້) ຫຼື ຂໍ້ມູນຂອງ Huawei ທີ່ບໍ່ໄດ້ຮັບອະນຸຍາດ.
7. ການໃຊ້ເນື້ອໃນຂອງ Huawei
Huawei ແລະ/ຫຼື ຜູ້ໃຫ້ອະນຸຍາດຂອງຕົນ ມີສິດ, ກຳມະສິດ ແລະ ສິດຜົນປະໂຫຍດທັງໝົດໃນ ​​ແລະ ຕໍ່​ກັບຂໍ້ມູນ (ໃນຮູບແບບໃດໆ​ກໍ​ຕາມ ລວມເຖິງ ແຕ່ບໍ່ຈຳກັດ ຂໍ້ຄວາມ, ກຣາບຟິກ, ວິດີໂອ ແລະ ສຽງ), ຮູບພາບ, ໄອຄອນ, ແອັບ, ການອອກແບບ, ຊອບແວ, ສະຄຣິບ, ໂປຣແກຣມ, ລິຂະສິດ, ເຄື່ອງໝາຍການຄ້າ, ຊື່ການຄ້າ, ໂລໂກ້ ແລະ ເນື້ອໃນອື່ນໆ ແລະ ການບໍລິການທີ່ມີຢູ່ໃນ ຫຼື ຜ່ານການບໍລິການ, ລວມທັງຮູບລັກສະນະ ແລະ ຄວາມຮູ້ສຶກຂອງພວກມັນ (ເຊິ່ງລວມກັນເອີ້ນວ່າ, “ເນື້ອໃນຂອງ Huawei"). ການເຂົ້າເຖິງ ແລະ/ຫຼື ການໃຊ້ການບໍລິການ​ໃດໆ​ກໍ​ຕາມຂອງທ່ານຈະບໍ່ໂອນກຳມະສິດ ຫຼື ສິດທິອື່ນໆໃນ ຫຼື ຕໍ່​ກັບການບໍລິການ ຫຼື ເນື້ອໃນຂອງພວກມັນ​ໃຫ້​ແກ່​ທ່ານ ຫຼື ບຸກຄົນ​ອື່ນ, ເວັ້ນ​ເສຍແຕ່ມີ​ການກຳນົດໄວ້ເປັນຢ່າງອື່ນໃນຂໍ້ຕົກລົງ.
ທ່ານອາດຈະບໍ່ສາມາດເຮັດການປ່ຽນແປງ, ອັດສຳເນົາ, ການແຍກອອກ, ການແກ້ໄຂ ຫຼື ການເພີ່ມຕື່ມໃສ່ເນື້ອໃນ​ຂອງ Huawei ຫຼື ຂາຍ, ອັດສຳເນົາ, ເຜີຍແຜ່, ອະນຸຍາດ ຫຼື ໃຊ້ເນື້ອໃນຂອງ Huawei ໃນທາງໃດໜຶ່ງທີ່ຜິດ. ຖ້າທ່ານຕ້ອງການທີ່ຈະຈັດພິມຄືນໃໝ່, ແຍກອອກ, ເຮັດຊ້ຳ, ເຜີຍແຜ່ ຫຼື ໃຊ້ເນື້ອໃນຂອງ Huawei, ທ່ານຈະຕ້ອງຕິດຕໍ່ພວກເຮົາລ່ວງໜ້າ ແລະ ໄດ້ຮັບການຍິນຍອມເປັນລາຍລັກອັກສອນຈາກພວກເຮົາກ່ອນ ເວັ້ນເສຍແຕ່ໃນກໍລະນີທີ່ໄດ້ລະບຸໄວ້ຢ່າງຊັດເຈນໃນຂໍ້ຕົກລົງ. ອັນນີ້ຈະບໍ່ກະທົບຕໍ່ສິດທິໃດໆທີ່ທ່ານອາດຈະມີພາຍໃຕ້ກົດໝາຍບັງຄັບໃຊ້ທີ່ຈະຕ້ອງໄດ້ປະຕິບັດຕາມ.
ຖ້າທ່ານເຊື່ອວ່າ ການບໍລິການ ຫຼື ສ່ວນໃດສ່ວນໜຶ່ງຂອງການບໍລິການນັ້ນລະເມີດລິຂະສິດ, ເຄື່ອງໝາຍການຄ້າ, ສິດທິບັດ, ຄວາມລັບທາງການຄ້າ ຫຼື ສິດທິຊັບສິນທາງປັນຍາອື່ນໆ ຫຼື ຖ້າວ່າທ່ານມີຄວາມ​ກັງວົນອື່ນໆກ່ຽວກັບການບໍລິການ, ກະລຸນາແຈ້ງໃຫ້ພວກເຮົາຊາບໂດຍໃຊ້ຂໍ້ມູນຕິດຕໍ່ທີ່ໃຫ້ໄວ້ໃນຂໍ້ຕົກລົງສະບັບນີ້.
8. ເນື້ອໃນຂອງທ່ານ
ທ່ານຈະສືບຕໍ່ຮັກສາຄວາມເປັນເຈົ້າຂອງໃນເນື້ອໃນຂອງທ່ານສຳລັບຂໍ້ຄວາມ, ເອກະສານ, ຮູບ, ຮູບຖ່າຍ ຫຼື ຂໍ້ມູນອື່ນໆທີ່ທ່ານອັບໂຫຼດ, ເຜີຍແຜ່ ຫຼືວ່າ ສົ່ງຕໍ່ຫາ ຫຼື ຜ່ານການບໍລິການ (ເຊິ່ງລວມກັນເອີ້ນວ່າ, “ເນື້ອໃນຂອງທ່ານ”). ທ່ານມີສ່ວນຮັບຜິດຊອບທັງໝົດຕໍ່ເນື້ອໃນຂອງທ່ານ.
9. ການຕິດຕາມການບໍລິການ
ທ່ານເຂົ້າໃຈວ່າ, ຕາມກົດໝາຍ ແລະ ຂໍ້ບັງຄັບທີ່ບັງຄັບໃຊ້, ພວກເຮົາມີສິດໃຊ້ມາດຕະການທີ່ຈຳເປັນ​ໄດ້ ເພື່ອຈຸດປະສົງຂອງການດຳເນີນງານ ​​ແລະ ການ​ປັບປຸງການບໍລິການ (​​ເຊິ່ງລວມມີ ​ແຕ່ບໍ່ຈຳກັດ ​​ເພື່ອການປ້ອງກັນການສໍ້ໂກງ, ການປະເມີນຄວາມສ່ຽງ, ການສືບສວນ ແລະ ການຊ່ວຍເຫຼືອລູກຄ້າ), ເພື່ອໃຫ້ແນ່ໃຈວ່າທ່ານປະຕິບັດຕາມຂໍ້ຕົກລົງ ແລະ ​​ເພື່ອ​ປະຕິບັດ​ຕາມກົດໝາຍທີ່ບັງຄັບໃຊ້ ຫຼື ຄຳສັ່ງ ຫຼື ຂໍ້ກຳນົດຂອງສານ, ຄຳສັ່ງໃຫ້ຍິນຍອມ, ໜ່ວຍງານບໍລິຫານ ຫຼື ໜ່ວຍງານອື່ນໆ​ຂອງລັດຖະບານ.
10. ຄວາມເປັນສ່ວນຕົວ ແລະ ການເກັບເອົາຂໍ້ມູນ
ເພື່ອໃຫ້ໃຫ້ການບໍລິການທີ່ມີປະສິດທິພາບຫຼາຍຂຶ້ນແກ່ທ່ານ ແລະ ຊ່ວຍໃຫ້ໝັ້ນໃຈເຖິງຄວາມປອດໄພໃນການທຸລະກຳຂອງທ່ານ, Huawei ຈະເກັບເອົາ ແລະ ປະມວນຜົນຂໍ້ມູນສ່ວນຕົວຂອງທ່ານຕາມແຈ້ງການກ່ຽວກັບຄວາມເປັນສ່ວນຕົວ ແລະ ຄຳຖະແຫຼງກ່ຽວກັບການບໍລິການ.
11. ການ​ປະ​ຕິ​ເສດ​ຄວາມ​ຮັບ​ຜິດ​ຊອບ
ການບໍລິການແມ່ນສຳລັບໃຫ້ທ່ານໃຊ້ແຕ່ພຽງຜູ້ດຽວເທົ່ານັ້ນ ແລະ ຈະຕ້ອງບໍ່ໃຫ້ພາກສ່ວນທີສາມໃດໜຶ່ງໃຊ້. ທ່ານເຫັນດີວ່າ Huawei ແລະ ບໍລິສັດໃນເຄືອ, ພະນັກງານ, ຜູ້ອຳນວຍການ, ລູກຈ້າງ, ຜູ້ຮັບເໝົາ, ຕົວແທນ, ຜູ້ໃຫ້ບໍລິການການຊຳລະເງິນພາກສ່ວນທີສາມ, ຫຸ້ນສ່ວນ, ຜູ້ອອກໃບອະນຸຍາດ ແລະ ຕົວແທນຈຳໜ່າຍອື່ນໆຂອງຕົນ (ເອີ້ນລວມກັນວ່າ "ບັນ​ດາ​ຝ່າຍ​ຂອງ Huawei") ບໍ່​ຮັບຜິດຊອບ​ຕໍ່​ກັບ​ການ​ສູນ​ເສຍ​ໃດໆ​ກໍ​ຕາມທີ່​ເກີດ​ຈາກການໃຊ້ການບໍລິການໃດໜຶ່ງທີ່​ບໍ່​ໄດ້​ຮັບ​ອະນຸຍາດ.
ການໃຊ້ບໍລິການຂອງທ່ານອາດຈະຖືກຂັດຈັງຫວະ, ຊັກຊ້າ ຫຼື ຢຸດສະງັກເປັນໄລຍະເວລາທີ່ບໍ່ຮູ້ຈັກ ດ້ວຍເຫດຜົນທີ່ຢູ່ນອກເໜືອການຄວບຄຸມຂອງພວກເຮົາ. ທ່ານ​ເຫັນ​ດີ​ວ່າ ບັນ​ດາຝ່າຍຂອງ Huawei ຈະບໍ່ຮັບຜິດຊອບຕໍ່ຂໍ້ຮຽກຮ້ອງໃດໆທີ່ເກີດຂຶ້ນຈາກ ຫຼື ກ່ຽວຂ້ອງກັບການຂັດຈັງຫວະ, ການ​ຊັກຊ້າ, ການຢຸດສະງັກ ຫຼື ຄວາມຜິດພາດທີ່ຄ້າຍຄືກັນດັ່ງກ່າວ.
ໃນຂອບເຂດສູງສຸດທີ່ໄດ້ຮັບອະນຸຍາດຕາມກົດໝາຍບັງຄັບໃຊ້, ບັນ​ດາ​ຝ່າຍ​ຂອງ Huawei ຈະບໍ່ຮັບຜິດຊອບຕໍ່ທ່ານ ຫຼື ຕໍ່ບຸກຄົນໃດໜຶ່ງສຳລັບຄວາມເສຍຫາຍໃດໜຶ່ງ ຖ້າທ່ານບໍ່ສາມາດເຂົ້າເຖິງ ຫຼື ໃຊ້ການບໍລິການໄດ້ ເນື່ອງຈາກ:
(1) ການລະງັບ ຫຼື ການຍຸຕິການໃຫ້ບໍລິການໃດໜຶ່ງໂດຍ Huawei ເພື່ອເປີດໃຊ້ງານວຽກການບຳລຸງຮັກສາ ຫຼື ອັບເດດລະບົບ, ຊອບແວ ຫຼື ຮາດແວ ທີ່ຈະຖືກດຳເນີນການ;
(2) ຄວາມລ່າຊ້າ ຫຼື ຄວາມຜິດພາດໃດໜຶ່ງຂອງລະບົບ ຫຼື ເຄືອຂ່າຍການສື່ສານທີ່ເປັນເຈົ້າຂອງ ຫຼື ຄວບຄຸມໂດຍບຸກຄົນອື່ນ ນອກເໜືອຈາກ Huawei;
(3) ການລະງັບ, ການຍົກເລີກ ຫຼື ການຍຸຕິໃດໜຶ່ງໃນທຸກໆສັນຍາ ຫຼື ຂໍ້ຕົກລົງອື່ນໆລະຫວ່າງ Huawei ແລະ ທຸກໆຜູ້ໃຫ້ການບໍລິການການຊຳລະພາກສ່ວນທີສາມຂອງຕົນເອງ;
(4) ຂໍ້ຜິດພາດ ຫຼື ການຂັດຈັງຫວະໃດໜຶ່ງ ເນື່ອງມາຈາກການໂຈມຕີຂອງແຮັກເກີ ຫຼື ການລະເມີດຄວາມປອດໄພທີ່ຄ້າຍຄືກັນ; ຫຼື
(5) ເຫດຜົນອື່ນໆໃດໜຶ່ງນອກເໜືອຈາກການຄວບຄຸມທີ່ສົມເຫດສົມຜົນຂອງ Huawei.
ການບໍລິການນີ້ຖືກສະໜອງໃຫ້ “ຕາມສະພາບທີ່ເປັນຢູ່” ແລະ ບົນພື້ນຖານ “ຕາມທີ່ມີຢູ່” ໂດຍບໍ່ມີການຮັບ​ປະ​ກັນ ຫຼື ການຮັບຮອງໃນປະເພດໃດໆ. ໃນຂອບເຂດສູງສຸດທີ່ໄດ້ຮັບອະນຸຍາດຕາມກົດໝາຍບັງຄັບໃຊ້, ຝ່າຍ Huawei ປະຕິເສດການຮັບປະກັນ, ເງື່ອນໄຂ ຫຼື ຂໍ້ກຳນົດປະເພດໃດໜຶ່ງບໍ່ວ່າທັງທີ່ສະແດງອອກມາ ຫຼື ບໍ່ສະແດງອອກມາ ແລະ ບໍ່ມີການຮັບຮອງ, ການໃຫ້ຄຳໝັ້ນສັນຍາ, ການເປັນຕົວແທນ ຫຼື ການ​ຄ້ຳ​ປະ​ກັນ: (a) ກ່ຽວກັບຄວາມຄົບ​ຖ້ວນ ຫຼື ຄວາມຖືກຕ້ອງ, ຄວາມເຊື່ອຖື​ໄດ້ ຫຼື ການທັນເວລາຂອງ​ເນື້ອ​ຫາທີ່ມີໃຫ້​ໃນ ຫຼື ຜ່ານການບໍລິການ; (b) ການບໍລິການ ຫຼື ເຊີບເວີ ທີ່ພວກມັນ​ເປັນ​ແມ່​ຂ່າຍ​ໂດຍ​ບໍ່​ມີຂໍ້ບົກຜ່ອງ, ຂໍ້ຜິດພາດ, ໄວຣັສ, ຂໍ້ຂັດຂ້ອງ ຫຼື ອົງປະກອບທີ່ເປັນອັນຕະລາຍອື່ນໆ; (c) ຂໍ້ບົກຜ່ອງໃດໆ​ໃນການດຳເນີນງານ ຫຼື ຟັງຊັນໃຊ້ງານຂອງການບໍລິການຈະຖືກແກ້ໄຂ​ໃຫ້​ຖືກຕ້ອງ; (d) ກ່ຽວກັບຟັງຊັນສະເພາະຂອງການບໍລິການ, ຄວາມເຊື່ອຖື​ໄດ້, ຄຸນນະພາບ ຫຼື ຄວາມຖືກຕ້ອງຂອງຂໍ້ມູນຕ່າງໆທີ່ທ່ານໄດ້ຮັບ ອັນເປັນຜົນມາຈາກການໃຊ້ ຫຼື ການເຂົ້າເຖິງການບໍລິການ; (e) ກ່ຽວກັບຄວາມປອດໄພ ຫຼື ການປະສະຈາກຂໍ້ຜິດພາດຂອງການບໍລິການ; (f) ກ່ຽວກັບຄວາມເຊື່ອຖື​ໄ​ດ້, ຄຸນນະພາບ, ຄວາມຖືກຕ້ອງ, ການ​ມີ​ຢູ່ ຫຼື ຄວາມສາມາດຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ທ່ານຂອງການບໍລິການ, ໃຫ້ຜົນຮັບ​ແນ່ນອນ ຫຼື ບັນລຸຜົນ​ໄດ້​ຮັບ​ ຫຼື ຜົນຮັບແນ່ນອນ. ​ຝ່າຍ Huawei ບໍ່ຮັບຜິດຊອບການສູນເສຍ ຫຼື ຄວາມເສຍຫາຍໃດໆ​ກໍ​ຕາມທີ່ເກີດຂຶ້ນ​ໃນທັງໝົດ ຫຼື ບາງສ່ວນ ໂດຍການອາໄສ​ໃສ່, ການໃຊ້ ຫຼື ການຕີຄວາມໝາຍການບໍລິການ ຫຼື ຂໍ້ມູນອື່ນໆທີ່ໄດ້ຮັບຜ່ານການເຂົ້າເຖິງ ແລະ/ຫຼື ການໃຊ້ການບໍລິການຂອງທ່ານ (ຫຼື ຂອງບຸກຄົນອື່ນ).
ກົດໝາຍຂອງບາງປະເທດບໍ່ອະນຸຍາດໃຫ້ມີການຄ້ຳປະກັນ, ການຮັບປະ​ກັນ ຫຼື ການຮັບຜິດຊອບບາງຢ່າງທີ່ຖືກຍົກເວັ້ນ ຫຼື ຈຳກັດໂດຍສັນຍາ. ຖ້າກົດໝາຍເຫຼົ່ານີ້ມີຜົນບັງຄັບໃຊ້ກັບທ່ານ, ການຍົກເວັ້ນ ຫຼື ຂໍ້ຈຳກັດບາງຢ່າງ ຫຼື ທັງໝົດຂ້າງເທິງ ອາດຈະບໍ່ມີຜົນບັງຄັບໃຊ້ກັບທ່ານ. ບໍ່ມີສິ່ງໃດໃນຂໍ້ຕົກລົງສົ່ງຜົນກະທົບຕໍ່ສິດທິທີ່ທ່ານມີສິດເປັນຜູ້ບໍລິໂພກຕາມກົດໝາຍ ແລະ ເຊິ່ງທ່ານບໍ່ສາມາດເຫັນດີໃຫ້ແກ້ໄຂ ຫຼື ສະຫຼະສິດຕາມສັນຍາໄດ້.
12. ຂໍ້ຈຳກັດຂອງຄວາມຮັບຜິດຊອບ
ໃນຂອບເຂດສູງສຸດທີ່ໄດ້ຮັບອະນຸຍາດຕາມກົດໝາຍທີ່ບັງຄັບໃຊ້ຢູ່ໃນເຂດອຳນາດຂອງທ່ານ, ການເຂົ້າເຖິງ ແລະ ການໃຊ້ການບໍລິການຂອງທ່ານ ​ແມ່ນ​ທ່ານ​ຮັບຜິດຊອບຄວາມສ່ຽງຂອງທ່ານ​ເອງ ແລະ ຝ່າຍ Huawei ບໍ່ຮັບ​ເອົາ​ທຸກ​ຄວາມຮັບຜິດຊອບ, ການສູນເສຍ ຫຼື ຄວາມເສຍຫາຍທີ່ເກີດຂຶ້ນຈາກທ່ານ ຫຼື ບຸກຄົນອື່ນ​ໃດໆ​ກໍ​ຕາມ, ບໍ່ວ່າໃນສັນຍາ, ການເຮັດຜິດທາງກົດໝາຍ (ລວມທັງຄວາມປະໝາດ) ຫຼື ພາຍໃຕ້ຫຼັກການອື່ນໆ, ສຳລັບສິ່ງຕ່າງໆຕໍ່ໄປນີ້:
(a) ການສູນເສຍຜົນກຳ​ໄລ, ລາຍໄດ້, ລາຍຮັບ, ຂໍ້ມູນ ຫຼື ເສຍຊື່ສຽງ;
(b) ການສູນເສຍ ຫຼື ​ຄວາມເສຍຫາຍພິເສດ, ໂດຍທາງອ້ອມ ແລະ ເປັນຜົນສືບເນື່ອງ.
ຂໍ້ຈຳກັດ ແລະ ຂໍ້ຍົກເວັ້ນໃນຂໍ້ຕົກລົງ ຈະມີຜົນບັງຄັບໃຊ້ຫຼືບໍ່ Huawei ໄດ້ຮັບຄຳແນະນຳ ຫຼື ຄວນຮັບຮູ້ເຖິງຄວາມເປັນໄປໄດ້ຂອງການເກີດຄວາມເສຍຫາຍໃດໜຶ່ງຂຶ້ນຫຼັງຈາກນັ້ນ.
ຖ້າທ່ານບໍ່ພໍໃຈໃນດ້ານການບໍລິການໃດໜຶ່ງ, ວິທີແກ້ໄຂແຕ່ພຽງຜູ້ດຽວ ແລະ ທັງໝົດແມ່ນໃຫ້ຢຸດການເຂົ້າເຖິງ ແລະ ການໃຊ້ການບໍລິການນີ້ໄດ້ຕະຫຼອດເວລາ. ໂດຍບໍ່ລະເມີດຕໍ່ຂໍ້ຈຳກັດກ່ອນໜ້າ ແລະ ຂອບເຂດສູງສຸດທີ່ໄດ້ຮັບອະນຸຍາດຕາມກົດໝາຍບັງຄັບໃຊ້ໃນເຂດອຳນາດຂອງທ່ານ, ຝ່າຍ Huawei ຈະບໍ່ຮັບຜິດຊອບບໍ່ວ່າໃນກໍລະນີໃດໆທັງໝົດຕໍ່ກັບທ່ານ ຫຼື ຕໍ່ກັບບຸກຄົນອື່ນໆໃດໜຶ່ງໃນການຮຽກຮ້ອງ, ການດຳເນີນຄະດີ, ພາລະໜີ້ສິນ, ຄວາມຮັບຜິດຊອບ, ຄວາມເສຍຫາຍ, ການສູນເສຍ ແລະ ຄ່າໃຊ້ຈ່າຍຕ່າງໆ, ບໍ່ວ່າຈະຢູ່ໃນສັນຍາ, ການເຮັດຜິດທາງກົດໝາຍ (ລວມທັງການປະໝາດ) ຫຼື ຢູ່ພາຍໃຕ້ຫຼັກການອື່ນໆໃດໜຶ່ງເກີນ €50.00.
ກົດໝາຍຂອງບາງປະເທດບໍ່ອະນຸຍາດໃຫ້ມີການຄ້ຳປະກັນ, ການຮັບປະ​ກັນ ຫຼື ການຮັບຜິດຊອບບາງຢ່າງທີ່ຖືກຍົກເວັ້ນ ຫຼື ຈຳກັດໂດຍສັນຍາ. ຖ້າກົດໝາຍເຫຼົ່ານີ້ມີຜົນບັງຄັບໃຊ້ກັບທ່ານ, ການຍົກເວັ້ນ ຫຼື ຂໍ້ຈຳກົດບາງຢ່າງ ຫຼື ທັງໝົດຂ້າງເທິງ ອາດຈະບໍ່ມີຜົນບັງຄັບໃຊ້ກັບທ່ານ ແລະ ທ່ານອາດຈະມີສິດທິເພີ່ມເຕີມ. ບໍ່ມີສິ່ງໃດໃນຂໍ້ຕົກລົງສົ່ງຜົນກະທົບຕໍ່ສິດທິທີ່ທ່ານມີສິດເປັນຜູ້ບໍລິໂພກຕາມກົດໝາຍ ແລະ ເຊິ່ງທ່ານບໍ່ສາມາດເຫັນດີໃຫ້ແກ້ໄຂ ຫຼື ສະຫຼະສິດຕາມສັນຍາໄດ້.
13. ການຍົກເລີກໂດຍທ່ານ
ທ່ານສາມາດຍົກເລີກຂໍ້ຕົກລົງໂດຍການຢຸດໃຊ້ການບໍລິການ.
14. ການຍົກເລີກ ແລະ ການໂຈະຊົ່ວຄາວໂດຍ Huawei
ພາຍໃຕ້ກົດໝາຍບັງຄັບໃຊ້, ພວກເຮົາອາດຈະໂຈະຊົ່ວຄາວ, ຍົກເລີກ, ກຳນົດຂອບເຂດ ຫຼື ຈຳກັດການເຂົ້າເຖິງການບໍລິການໃນສ່ວນໃດໜຶ່ງ ຫຼື ທັງໝົດເປັນການຊົ່ວຄາວ ຫຼື ຖາວອນ ໄດ້ຕະຫຼອດເວລາ, ໂດຍບໍ່ຕ້ອງຮັບຜິດຊອບຕໍ່ກັບບຸກຄົນໃດໜຶ່ງ ຫຼື ພາກສ່ວນທີສາມ. ພວກເຮົາຈະພະຍາຍາມແຈ້ງໃຫ້ທ່ານຊາບກ່ອນທີ່ຈະດຳເນີນການນີ້. ເຖິງຢ່າງໃດກໍ່ຕາມ, ພວກເຮົາອາດຈະບໍ່ໄດ້ແຈ້ງໃຫ້ທ່ານຊາບກ່ອນລ່ວງໜ້າ ແລະ ອາດຈະກຳນົດຂອບເຂດ, ຍົກເລີກ, ໂຈະ ຫຼື ຈຳກັດການເຂົ້າເຖິງການບໍລິການສ່ວນໃດໜຶ່ງ ຫຼື ທັງໝົດຂອງທ່ານພາຍໃຕ້ສະຖານະການຕໍ່ໄປນີ້ທັນທີ, ຖາວອນ ຫຼື ຊົ່ວຄາວ:
(1) ຖ້າ​ທ່ານ​ລະ​ເມີດ ຫຼື Huawei ເຊື່ອ​ວ່າ ທ່ານ​ຈະ​ລະ​ເມີດ​ຂໍ້​ຕົກ​ລົງ, ລວມເຖິງຂໍ້ຕົກລົງ, ນະໂຍບາຍ ຫຼື ຂໍ້​ແນະ​ນຳໃດໜຶ່ງທີ່ຮ່ວມຢູ່ດ້ວຍ;
(2) ຖ້າທ່ານ ຫຼື ບຸກຄົນໃດໜຶ່ງທີ່ກະທຳໃນນາມຂອງທ່ານ, ກະທຳແບບສໍ້ໂກງ ຫຼື ຜິດກົດໝາຍ ຫຼື ໃຫ້ຂໍ້ມູນທີ່ບໍ່ເປັນຄວາມຈິງ ຫຼື ຂໍ້ມູນທີ່ຜິດພາດກັບ Huawei;
(3) ໃນການຕອບກັບຕໍ່ກັບການຮ້ອງຂໍໂດຍການບັງຄັບໃຊ້ກົດໝາຍ ຫຼື ໂດຍໜ່ວຍງານຂອງລັດຖະບານອື່ນໆ ພາຍໃຕ້ຂະບວນການທາງກົດໝາຍທີ່ຖືກຕ້ອງ;
(4) ໃນກໍລະນີຂອງການບຳລຸງຮັກສາແບບຮີບດ່ວນ ຫຼື ອັບເດດລະບົບ ຫຼື ຮາດແວແບບຮີບດ່ວນ; ຫຼື
(5) ເນື່ອງຈາກເຫດຜົນດ້ານວິຊາການ, ຄວາມປອດໄພ, ທຸລະກິດ ຫຼື ຄວາມປອດໄພທີ່ບໍ່ຄາດຄິດ.
ການໝົດອາຍຸ ຫຼື ການ​ຢຸດ​ເຊົາ​ຂໍ້​ຕົກລົງ​ບໍ່​ມີ​ຜົນ​ຕໍ່​ກັບ​ຂໍ້​ບັນຍັດ​ຂອງ​ຂໍ້​ຕົກລົງ​ທີ່​ແຈ້ງ​ບອກ​ເພື່ອ​ດຳ​ເນີນ​ງານ ຫຼື ທີ່ມີ​ຜົນ​ຫຼັງຈາກການ​ໝົດອາຍຸ ຫຼື ການ​ຢຸດ​ເຊົາດັ່ງກ່າວ ​ແລະ ​ໂດຍ​ບໍ່​ຂັດ​ກັບ​ສິດທິ ຫຼື ພັນທະ​ທີ່​ສະ​ສົມເພີ່ມ​ຂຶ້ນ ຫຼື ສິດທິ ຫຼື ພັນທະ​ໃດໆ​ກໍ​ຕາມທີ່​ມີ​​ເຈດ​ຕະນາ​ເພື່ອ​​ເຮັດ​ໃຫ້​ມີ​ການ​ປິດ​ນຳ​ໃຊ້ ຫຼື ການ​ຢຸດ​ເຊົາ​ດັ່ງກ່າວ.
ຂໍ້​ກຳ​ນົດໃດໜຶ່ງທີ່ຊັດເຈນ ຫຼື ໂດຍລັກສະນະຂອງມັນສືບຕໍ່ນຳ​ໃຊ້​ໄດ້ຫຼັງຈາກການສິ້ນ​ສຸດຂໍ້ຕົກລົງຈະຍັງຄົງມີຜົນບັງຄັບໃຊ້ຢ່າງສົມບູນຫຼັງຈາກນັ້ນຈົນກວ່າເງື່ອນໄຂຂອງຂໍ້​ກຳ​ນົດຈະເປັນທີ່ພໍໃຈ ຫຼື ຂໍ້ກຳນົດໝົດອາຍຸຕາມລັກສະນະຂອງມັນ.
15. ການປ່ຽນແປງໃນຂໍ້ຕົກລົງສະບັບນີ້
Huawei ກຳ​ລັງ​ຄົ້ນ​ຄິດ​ສ້າງ​ສັນ, ​ກຳ​ລັງປ່ຽນແປງ ແລະ ​ກຳ​ລັງປັບປຸງການບໍລິການຢ່າງຕໍ່ເນື່ອງ. Huawei ອາດເພີ່ມ ຫຼື ເອົາຟັງຄ໌ຊັນໃຊ້ງານ ຫຼື ຄຸນສົມບັດອອກໄປ, ສ້າງຂໍ້ຈຳກັດໃໝ່ກັບການບໍລິການ ຫຼື ໂຈະ ຫຼື ຢຸດໜຶ່ງໃນການບໍລິການຕ່າງໆແບບຊົ່ວຄາວ ຫຼື ແບບຖາວອນ. Huawei ຍັງອາດ​ຈະແກ້ໄຂຂໍ້ຕົກລົງໄດ້ຕະຫຼອດເວລາອີງຕາມການອັບເດດການບໍລິການນຳ​ອີກ.
ພວກເຮົາຈະແຈ້ງໃຫ້ທ່ານຮູ້ພາຍໃນໄລຍະເວລາທີ່ເຫັນສົມຄວນຂອງການປ່ຽນແປງໃດໜຶ່ງໃນການບໍລິການ ຫຼື ຂໍ້ຕົກລົງທີ່ຈະສົ່ງຜົນເສຍຫາຍຢ່າງຫຼວງຫຼາຍຕໍ່ຜູ້ໃຊ້ ຫຼື ຈຳກັດການເຂົ້າເຖິງ ຫຼື ການໃຊ້ການບໍລິການຂອງພວກເຂົາຢ່າງຫຼວງຫຼາຍ. ສຳລັບການແກ້ໄຂຂໍ້ຕົກລົງທີ່ພວກເຮົາຈຳເປັນຕ້ອງໄດ້ດຳເນີນການ ເພື່ອໃຫ້ເປັນໄປຕາມຂໍ້ກຳນົດດ້ານຄວາມປອດໄພ, ຄວາມປອດໄພ, ຂໍ້ກຳນົດທາງດ້ານກົດໝາຍ ຫຼື ກົດລະບຽບ, ພວກເຮົາອາດຈະບໍ່ສາມາດປະຕິບັດຕາມກຳນົດເວລາຂ້າງເທິງ ແລະ ພວກເຮົາຈະແຈ້ງໃຫ້ທ່ານຊາບກ່ຽວກັບສິ່ງເຫຼົ່ານີ້ໂດຍໄວທີ່ສຸດ.
16. ຂໍ້ກຳນົດທົ່ວໄປ
ການບໍລິການ ຫຼື ພາກສ່ວນທີສາມອາດຈະມີການເຊື່ອມໂຍງກັບເວັບໄຊທ໌ ຫຼື ແຫຼ່ງຂໍ້ມູນອື່ນໆ. ທ່ານຮັບຮູ້ ແລະ ເຫັນດີວ່າ ພວກເຮົາບໍ່ມີສ່ວນຮັບຜິດຊອບຕໍ່ການມີຢູ່ຂອງເວັບໄຊທ໌ ຫຼື ແຫຼ່ງຂໍ້ມູນພາຍນອກດັ່ງກ່າວ ແລະ ບໍ່ຮັບຮອງ ແລະ ບໍ່ຮັບຜິດຊອບ ຫຼື ຮັບຜິດຕໍ່ເນື້ອໃນ, ການໂຄສະນາ, ຜະລິດຕະພັນ ຫຼື ເນື້ອໃນອື່ນໆໃດໜຶ່ງໃນ ຫຼື ມີຢູ່ຈາກເວັບໄຊທ໌ ຫຼື ແຫຼ່ງຂໍ້ມູນດັ່ງກ່າວ. ພວກເຮົາບໍ່ມີສ່ວນຮັບຜິດຊອບ ຫຼື ຮັບຜິດຕໍ່ຄວາມເສຍຫາຍ ຫຼື ຄວາມສູນເສຍໃດໜຶ່ງທີ່ເກີດຂຶ້ນ ຫຼື ຖືກກ່າວຫາວ່າເກີດຈາກ ຫຼື ກ່ຽວກັບການໃຊ້ຂອງທ່ານ ຫຼື ການອາໄສເນື້ອຫາ, ສິນຄ້າ ຫຼື ການບໍລິການດັ່ງກ່າວໃດໜຶ່ງທີ່ມີຢູ່ໃນ ຫຼື ຜ່ານທາງເວັບໄຊທ໌ ຫຼື ແຫຼ່ງຂໍ້ມູນດັ່ງກ່າວໃດໜຶ່ງ.
ບໍ່ມີສິ່ງໃດໃນຂໍ້ຕົກລົງຈະຖືກຕີຄວາມເພື່ອສ້າງສາຍພົວພັນແຫ່ງການເປັນຫຸ້ນສ່ວນ ຫຼື ຕົວແທນລະຫວ່າງທ່ານກັບ Huawei ແລະ ທັງສອງຝ່າຍບໍ່ມີສິດ ຫຼື ອຳນາດໃນການກໍ່ໃຫ້ເກີດໜີ້ສິນ ຫຼື ຄ່າໃຊ້ຈ່າຍ ຫຼື ເຂົ້າຮ່ວມໃນສັນຍາໃດໜຶ່ງ ຫຼື ການດຳເນີນການໃດໜຶ່ງໃນຊື່ຂອງ ຫຼື ໃນນາມຂອງອີກຝ່າຍໜຶ່ງ.
Huawei ບໍ່ຮັບຜິດຊອບຕໍ່ຄວາມບໍ່​ສຳ​ເລັດ ຫຼື ຄວາມ​ຊັກຊ້າໃນການປະຕິບັດພັນ​ທະ​ໜ້າ​ທີ່ຂອງຕົນເອງພາຍໃຕ້ຂໍ້ຕົກລົງ ຫຼື ບົດບັນຍັດການບໍລິການທີ່ເກີດຂຶ້ນ ຫຼື ມີສ່ວນໃນເລື່ອງທີ່ນອກເໜືອຈາກການຄວບຄຸມທີ່ສົມເຫດສົມຜົນຂອງ Huawei.
Huawei ອາດຈະມອບໝາຍ, ເຮັດເປັນສັນຍາຍ່ອຍ ຫຼື ສົ່ງມອບສິດ ແລະ ຂໍ້ຜູກພັນໃດໜຶ່ງຂອງພວກເຮົາພາຍໃຕ້ຂໍ້ຕົກລົງ.
ຖ້າສານທີ່ມີອຳນາດ ຫຼື ໜ່ວຍງານທີ່ມີອຳນາດອື່ນໆໃດໜຶ່ງພົບ​ວ່າ ບົດບັນຍັດໃດໜຶ່ງຂອງຂໍ້ຕົກລົງຈະ​ຖືເປັນໂມຄະ, ໃຊ້ບໍ່ໄດ້ ຫຼື ບໍ່ມີຜົນບັງຄັບໃຊ້, ມັນຈະຖືວ່າ ຖືກລຶບອອກຈາກຂໍ້ຕົກລົງ ແລະ ບົດບັນຍັດອື່ນໆທັງໝົດຂອງຂໍ້ຕົກລົງຈະຍັງຄົງມີຜົນບັງຄັບໃຊ້ເຕັມຮູບແບບ.
ຂໍ້ຕົກລົງສະບັບນີ້​ຖືເປັນຄວາມເຂົ້າໃຈທັງໝົດລະຫວ່າງທ່ານກັບພວກເຮົາທີ່ກ່ຽວຂ້ອງກັບການບໍລິການ ແລະ ທ່ານຮັບຮູ້ ແລະ ເຫັນດີວ່າ ທ່ານຍັງບໍ່ໄດ້ເພິ່ງພາ ຫຼື ຖືກຊັກນຳໃຫ້ເຂົ້າສູ່ຂໍ້ຕົກລົງສະບັບນີ້ບົນພື້ນຖານຂອງການຮັບ​ຮອງ, ການ​ຄ້ຳ​ປະ​ກັນໃດໜຶ່ງ ຫຼື ການໃຫ້ຄຳໝັ້ນສັນຍາ ເຊິ່ງບໍ່ຢູ່ໃນຂໍ້ຕົກລົງສະບັບນີ້.
17. ກົດໝາຍທີ່ບັງຄັບໃຊ້ ແລະ ເຂດອຳນາດ
ການສ້າງ, ການຕີຄວາມໝາຍ ແລະ ການດຳເນີນການກ່ຽວກັບຂໍ້ຕົກລົງຈະຖືກຄວບຄຸມໂດຍ ແລະ ຕີຄວາມຕາມກົດໝາຍຂອງສາທາລະນະລັດ ປະຊາຊົນຈີນ. ທ່ານ ແລະ Huawei ເຫັນດີວ່າ ຂໍ້ຕົກລົງຖືກລົງນາມໃນເມືອງລ່ອງແກງ, ເຊີນເຈີນ, ແຂວງກວາງ​ດົງ, ສາທາລະນະລັດ ປະຊາຊົນຈີນ. ຂໍ້ຂັດແຍ້ງໃດໜຶ່ງທີ່ເກີດຂຶ້ນຈາກການປະຕິບັດຕາມຂໍ້ຕົກລົງລະຫວ່າງສອງຝ່າຍຈະຖືກແກ້ໄຂໂດຍຜ່ານການເຈລະຈາ. ຖ້າການເຈລະຈາບໍ່ສຳເລັດ, ຝ່າຍໃດ​ໜຶ່ງສາມາດຍື່ນຄຳຮ້ອງຟ້ອງຕໍ່ສານປະຊາຊົນທີ່ມີເຂດອຳນາດທີ່ເໝາະສົມໃນສະຖານທີ່ທີ່ລົງນາມໃນຂໍ້ຕົກລົງ.
ຖ້າທ່ານເປັນຜູ້ບໍລິໂພກທີ່ອາໄສຢູ່ໃນປະເທດໃນສະຫະພາບເອີຣົບ, ທ່ານຈະໄດ້ຮັບຜົນປະໂຫຍດຈາກບົດບັນຍັດທີ່ບັງຄັບໃຊ້ໃດໜຶ່ງຂອງກົດໝາຍຂອງປະເທດທີ່ທ່ານເປັນຜູ້ອາໄສຢູ່. ບໍ່ມີສິ່ງໃດໃນຂໍ້ຕົກລົງສະບັບນີ້, ລວມເຖິງຫຍໍ້ໜ້າຂ້າງເທິງ, ສົ່ງຜົນກະທົບຕໍ່ສິດທິຂອງທ່ານ ໃນຖານະຜູ້ບໍລິໂພກທີ່ຕ້ອງອາໄສບົດບັນຍັດທີີ່ຈະຕ້ອງເຮັດດ່ັງກ່າວຕາມກົດໝາຍທ້ອງຖິ່ນ. ຄະນະກຳມະການແຫ່ງເອີຣົບໃຫ້ເພລດຟອມການແກ້ໄຂບັນຫາຂໍ້ຂັດແຍ້ງທາງອອນລາຍ, ເຊິ່ິງທ່ານສາມາດເຂົ້າເຖິງໄດ້ທີ່ http://ec.europa.eu/consumers/odr/. ຖ້າທ່ານຕ້ອງການທີ່ຈະນຳເລື່ອງເຂົ້າສູ່ຄວາມສົນໃຈຂອງພວກເຮົາ, ກະລຸນາຕິດຕໍ່ພວກເຮົາ.
18. ການຕິດຕໍ່ພວກເຮົາ
ຖ້າທ່ານມີຄຳຖາມໃດໜຶ່ງທີ່ກ່ຽວກັບຂໍ້ຕົກລົງ, ກະລຸນາຕິດຕໍ່ພວກເຮົາໄດ້ທີ່ hisuite@huawei.com.
